ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະແລກປ່ຽນບົດຮຽນ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
27/05/2026
ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2026, ທີ່ຫ້ອງຮັບແຂກຂອງຄະນະກວດກາສູນກາງພັກ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ພົບປະແລກປ່ຽນບົດຮຽນ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ໂອກາດນີ້, ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ), ປະທານກວດກາພັກ-ລັດ ສຊປລ ໄດ້ລາຍງານເຖິງຜົນສຳເລັດທີ່ພົ້ນເດັ່ນໃນການປະຕິບັດເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານມາ, ໂດຍສະເພາະໃນຂົງເຂດວຽກງານຕິດຕາມ, ກວດ ກາ. ພ້ອມດຽວກັນນັ້ນ, ສະຫາຍ ຄໍາໄຫຼ ສີປະເສີດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດ ແລະ ຜົນງານອັນໂດດເດັ່ນ ຂອງຄະນະນໍາ ສຊປລ ໂດຍສະເພາະວຽກງານຕິດຕາມ, ກວດກາ. ນອກຈາກນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງການເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງຂອງວຽກງານກວດກາ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງເນັ້ນໃຫ້ ເພີ່ມທະວີການແລກປ່ຽນບົດຮຽນເປັນປົກກະຕິ ໃນແຕ່ລະໄລຍະ, ເອົາໃຈໃສ່ໃນການຕິດຕາມ, ກວດດາແຕ່ຫົວທີ, ເອົາ ໃຈໃສ່ເຜີຍແຜ່ເຊື່ອມຊຶມນິຕິກຳຂອງພັກຂອງລັດ ໂດຍສະເພາະແມ່ນວຽກງານກວດກາ. ນອກຈາກນີ້, ທັງສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດ, ຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານກວດກາໄດ້ຮັບການເສີມຂະຫຍາຍ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.

