ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດພິທີ ປາຖະກະຖາ ບົດຮຽນຂອງ ສສ ຫວຽດນາມ ກ່ຽວກັບວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ແລະ ການຫັນເປັນທັນສະໄໝໃນວຽກງານກວດກາ

26/05/2026

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດພິທີ ປາຖະກະຖາ ບົດຮຽນຂອງ ສສ ຫວຽດນາມ ກ່ຽວກັບວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ແລະ ການຫັນເປັນທັນສະໄໝໃນວຽກງານກວດກາ

ໃນວັນທີ 26 ພຶດສະພາ 2026 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີ ປາຖະກະຖາ ບົດຮຽນຂອງ ສສ ຫວຽດນາມ ກ່ຽວກັບວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ແລະ ການຫັນເປັນທັນສະໄໝໃນວຽກງານກວດກາຂື້ນ, ທີ່ສະໂມສອນ ຄະນະກວດກາສູນກາງພັກ, ໃຫ້ກຽດເປັນປະທານຮ່ວມໂດຍທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ແລະ ທ່ານ ຫວຽນ ດິ່ງ ຮອກ ຮອງຫົວໜ້າກົມຮັບຜິດຊອບເຂດ1 ຈາກຄະນະກຳມະການກວດກາສູນກາງພັກ ຄອມມູນິດ ຫວຽດນາມ ມີບັນດາທ່ານ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ,ຮອງຫົວໜ້າພະນແກແນກ ພ້ອມດ້ວຍພະນັກງານ-ວິຊາການຈໍານວນໜຶ່ງ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດ ກາແຫ່ງລັດ, ຜູ້ເຮັດວຽກງານກວດກາຈາກບັນດາກະຊວງ-ອົງການ ແລະ ຜ່ານທາງອອນລາຍຈາກບັນດາແຂວງເຂົ້າຮ່ວມທັງໝົດ 495 ທ່ານ, ຍິງ 118 ທ່ານ.ພິທີດັ່ງກ່າວ ທ່ານ ຄຳໄຫຼ ສີປະເສີດ ໄດ້ກ່າວວ່າ ເພື່ອເປັນການສືບຕໍ່ຍົກລະດັບ ຄວາມສາມາດ ດ້ານວຽກງານ ກວດກາພັກ, ກວດກາລັດ, ສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ພະນັກງານກວດກາ ທົ່ວປະເທດ ຂອງ ສ ປ ປ ລາວ. ການປາຖະກະຖາຖ່າຍທອດບົດຮຽນ ໃນຄັ້ງນີ້ ແມ່ນຜົນຂອງການຮ່ວມມື ໃນວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ລະຫວ່າງ ຄະນະກວດກາສູນກາງພັກ, ອົງການກວດກາລັດແຫ່ງລັດ ສປປ ລາວ ກັບ ຄະນະກຳມະການກວດກາສູນກາງພັກ ຄອມມູນິດ ຫວຽດນາມ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ ຕາມບົດບັນທຶກ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2022 ທີ່ຜ່ານມາ.ການປາຖະກະຖາດັ່ງຄັ້ງນີ້ ແມ່ນຈະໄດ້ດໍາເນີນໄປເປັນເວລາ 01 ວັນເຕັມ, ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ການບັນລະຍາຍ ຈາກຄະນະຊ່ຽວຊານວຽກງານກວດກາ, ຜູ້ມີປະສົບການຈາກ ສສ ຫວຽດນາມ, ຊຶ່ງຈະໄດ້ລົງເລິກ ບາງເນື້ອໃນ ບົດຮຽນ ຂອງພັກຄອມມູນິດຫວຽດນາມ ກ່ຽວກັບວຽກງານກວດກາພັກ, ວຽກງານກວດກາລັດ, ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ການຫັນເປັນທັນສະໄໝ ໃນວຽກງານກວດກາ ແລະ ບັນຫາອື່ນໆທີ່ຜູ້ເຂົ້າຮ່ວມມີຄວາມສົນໃຈ. ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງ ມາຍັງ ບັນດາພະນັກງານກວດກາຂອບເຂດທົ່ວປະເທດ ຈົ່ງໄດ້ເອົາໃຈໃສ່ເຂົ້າຮ່ວມຢ່າງສຸດກົກສຸດປາຍ, ພ້ອມທັງ ຕິດຕາມ ຮັບຟັງການບັນລະຍາຍ, ຕັ້ງຄໍາຖາມ, ສົນທະນາ ແລະ ແລກປ່ຽນບົດຮຽນນໍາ ບັນດາຄະນະຜູ້ຊ່ຽວຊານ ເພື່ອສາມາດເກັບກ່ຽວບົດຮຽນ, ປະສົບການໃໝ່ ແລະ ສາມາດນຳໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງ ຂອງແຕ່ລະຂະແໜງການຢ່າງມີປະສິດທິຜົນ ແລະ ເຮັດໃຫ້ການປະຖະກະຖາໃນຄັ້ງນີ້ ມີຜົນສໍາເລັດ ຕາມຈຸດປະສົງ ລະດັບຄາດໝາຍ.

ພ້ອມນີ້ ທ່ານ ຫວຽນ ດິ່ງ ຮອກ ກໍ່ໄດ້ກ່າວວ່າ ພວກເຮົາຮູ້ສຶກດີໃຈ ແລະ ຮູ້ສຶກຂອບໃຈຢ່າງຈິງໃຈໃນການຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຊ່ຽວຊານຂອງພວກເຮົາ. ການຢ້ຽມຢາມຄັ້ງນີ້ມີຈຸດປະສົງເພື່ອເສີມສ້າງຄວາມສາມັກຄີ ແລະ ສົ່ງເສີມການຮ່ວມມືລະຫວ່າງສອງຝ່າຍຂອງຄະນະກຳມະການກວດກາສູນກາງພັກ, ອົງການກວດກາລັດຖະບານ ສສ ຫວຽດນາມ ແລະ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ. ມີນີ້ພວກເຮົາຈະແລກປ່ຽນປະສົບການກັບບັນດາທ່ານກ່ຽວກັບວຽກງານກວດກາພັກ, ວຽກງານກວດກາລັດ, ວຽກງານຕ້ານການສໍ້ລາດບັງຫຼວງ ແລະ ການຫັນເປັນທັນສະໄໝໃນວຽກງານກວດກາ ແລະ ວຽກງານຕິດຕາມກວດກາຂອງຄະນະກຳມະການກວດກາສູນກາງຂອງພັກ ຄອມມູນິດ ຫວຽດນາມ ແລະ ກ່ຽວກັບການປັບໂຄງສ້າງການຈັດຕັ້ງ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຄອມມູນິດ ຫວຽດນາມ. ພ້ອມນີ້ຍັງໄດ້ກ່າວຕື່ມອີກວ່າພວກເຮົາຈະພະຍາຍາມຖອດຖອນບົດຮຽນທີ່ພວກເຮົາມີໃຫ້ພະນັກງານກວດກາ ສປປ ລາວໃນຄັ້ງນີ້ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)