ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຊ່ຽວຊານ ຈາກຄະນະກຳມະການກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ສສ ຫວຽດນາມ

26/05/2026

ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຊ່ຽວຊານ ຈາກຄະນະກຳມະການກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ສສ ຫວຽດນາມ

ໃນຕອນແລງ ຂອງວັນທີ 25 ພຶດສະພາ 2026 ນີ້, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫວຽນ ດິ່ງ ຮອກ ຮອງຫົວໜ້າກົມຮັບຜິດຊອບເຂດ1 ຈາກຄະນະກຳມະການກວດກາສູນກາງພັກ ແລະ ຄະນະກຳມະການກວດກາລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດ ວຽກຢູ່ສປປ ລາວ ໃນລະຫວ່າງວັນທີ 25-28 ພຶດສະພາ 2026. ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຊ່ຽວຊານ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້, ພ້ອມນີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານ ທີ່ໃຫ້ກຽດມາປາຖະກະຖາເອກະສານບົດຮຽນ ສສ ຫວຽດນາມ ກ່ຽວກັບວຽກງານກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ແລະ ການຫັນເປັນທັນສະໄໝໃນວຽກງານກວດກາ ໃຫ້ພະນັກງານກວດກາຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາກະຊວງ-ອົງການ ແລະ ຖ້ອງຖິ່ນຂອງສປປລາວ, ພ້ອມນີ້ທ່ານຍັງໄດ້ກ່າວຕື່ມອີກວ່າ: ຂ້າພະເຈົ້າຫວັງວ່າທ່ານຈະນໍາເອົາບົດຮຽນອັນມີຄຸນຄ່າຂອງຫວຽດນາມມາເເບ່ງປັນໃຫ້ພະນັກງານກວດກາ ສປປ ລາວຂອງພວກຂ້າພະເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ສາມາດນຳມາໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານກວດກາຂອງ ສປປ ລາວ ໃນຕໍ່ໜ້າ.

ພ້ອມນີ້ ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງສະຫາຍປະທານກຳມະມການກວດກາສູນກາງພັກ ແລະ ປະທານອົງການກວດກາລັດຖະບານ ສສ ຫວຽດນາມ ອີກດ້ວຍ.
ພ້ອມນີ້ ທ່ານ ຫວຽນ ດິ່ງ ຮອກ ກໍ່ໄດ້ສະແດງຄວາມຂອບໃຈທີ່ໄດ້ໃຫ້ກຽດຕ້ອນຮັບຄະນະຊ່ຽວຊານຢ່າງອົບອຸ່ນໃນຄັ້ງນີ້, ການນເດີນທາງມາຢ້ຽມຢາມຂອງຄະນະຂ່ຽວຊານຄັ້ງນີ້ແມ່ນເພື່ອເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບຂອງສອງພັກ-ສອງລັດ ລາວ-ຫວຽດນາມເວົ້າລວມ ເວົ້າສະເພາະກໍ່ຄື ສອງອົງການກວດກາພັກ-ລັດ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ມີຜົນສຳເລັດຫຼາຍຂຶ້ນກວ່າເກົ່າ. ພ້ອມນີ້ຍັງໄດ້ກ່າວຕື່ມອີກວ່າພວກເຮົາຈະພະຍາຍາມຖອດຖອນບົດຮຽນທີ່ພວກເຮົາມີໃຫ້ພະນັກງານກວດກາ ສປປ ລາວໃນຄັ້ງນີ້ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)