22/05/2026
ໃນວັນທີ 22 ພຶດສະພາ 2026 ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມ ປະກອບຄຳເຫັນໃສ່ຮ່າງເນື້ອໃນເອກະສານກອງປະຊຸມ ແລະ ທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຮອບທີ I ສະໄໝທີ V ຂຶ້ນ ທີ່ສະໂມສອນ ຄະນະກວດກາສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ບັນດາຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກອາວຸໂສບຳນານ ແລະ ສະມາຊິກພັກສົມບູນ ທີ່ຂຶ້ນກັບຄະນະກວດກາສູນກາງພັກເຂົ້າຮ່ວມທັງໝົດ 209 ສະຫາຍ, ຍິງ 72 ສະຫາຍ.
ໃນກອງປະຊຸມ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຜ່ານຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ສະໄໝທີ V. ຈາກນັ້ນ, ສະຫາຍ ນາງ ປິ່ງຄຳ ລາຊະສີມມາ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍໄດ້ຜ່ານຮ່າງບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນການພັດທະນາວຽກງານກວດກາ 5 ປີ (2026-2030). 
ນອກຈາກນີ້, ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຍັງໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ສະໄໝທີ V. ພ້ອມດຽວກັນນັ້ນ, ປະທານກອງປະຊຸມ ຍັງໄດ້ເຈາະຈີ້ມ ຕໍ່ການປະກອບຄຳເຫັນໃສ່ 3 ຮ່າງເອກະສານດັ່ງກ່າວ ແລະ ເນັ້ນໃຫ້ຜູ້ເຂົ້າຮ່ວມ ເຊີດຊູຄວາມຮັບຜິດຊອບ ເປັນເຈົ້າການ ໃນການປະກອບຄຳເຫັນຕໍ່ເອກະສານ ເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄຳເຫັນ ຕໍ່ 3 ຮ່າງເອກະສານຢ່າງກົງໄປກົງມາ. 





ໃນຕອນບ່າຍຂອງວັນດຽວກັນ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ຜ່ານມາດຕະຖານ ເງື່ອນໄຂຜູ້ອອກຮັບສະໝັກເລືອກຕັ້ງ ຮອບທີ I (ຮອບເປີດກວ້າງ).
ຫຼັງຈາກນັ້ນ, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນຕໍ່ການທາບທາມ ຄະນະບໍລິຫານງານພັກ, ຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ, ປະທານ ແລະ ຮອງປະທານກວດກາພັກ ເຊິ່ງສະຫາຍໄດ້ເນັ້ນໃຫ້ ຜູ້ແທນຍົກສູງຄວາມເປັນເຈົ້າການໃນການປ່ອນບັດຄັດເລືອກບຸກຄະລາກອນໃນຄັ້ງນີ້, ເລືອກເອົາຜູ້ທີ່ມີມາດຕະຖານຄົບຖ້ວນ ສຳຄັນແມ່ນທາງດ້ານຄຸນທາດການເມືອງເປັນກົກ, ເລືອກຜູ້ທີ່ມີຄວາມຮູ້ຄວາມສາມາດ, ສາມາດນຳພາ-ຊີ້ນຳຕໍ່ວຽກງານວິຊາສະເພາະໄດ້ເປັນຢ່າງດີ. ຈາກນັ້ນ, ສະມາຊິກພັກສົມບູນທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ດຳເນີນການທາບທາມ ແລະ ປ່ອນບັດເລືອກເອົາ ຄະນະບໍລິຫານງານພັກ, ຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ, ປະທານ ແລະ ຮອງປະທານກວດກາພັກ.










