ປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດ ອົດສະຕາລີ ແລະ ຕວັກກີ

12/05/2026

ປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ  ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດ ອົດສະຕາລີ ແລະ ຕວັກກີ

ໃນຕອນເຊົ້າວັນທີ 12 ພຶດສະພາ 2026 ນີ້, ທີ່ຫ້ອງຮັບແຂກຫ້ອງວ່າການສູນກາງພັກ ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເມແກັນ ຈອນສ ( H.E. Ms. Megan Jones) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ໂອຢ່າ ຢ່າຊາຣ ( H.E. Ms. Oya Yazar ) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ.

ເວລາ 09:15 ໂມງ ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານນາງ ເມແກັນ ຈອນສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ຢ່າງອົບອຸ່ນ ແລະ ຮູ້ສຶກປິຕິຍິນດີ ທີ່ໄດ້ພົບປະກັບ ທ່ານທູດ, ພ້ອມນີ້ກໍສະແດງຄວາມຊົມເຊີຍ ຕໍ່ທ່ານທູດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກລັດຖະບານ ແລະ ປະຊາຊົນ ອົດສະຕາລີ ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານຂອງສອງປະເທດ.
ໂອກາດນີ້ທ່ານ ນາງ ເມແກັນ ຈອນສ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ວັນໄຊ ພອງສະຫວັນ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ທ່ານ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງທີ່ສຳຄັນ; ພ້ອມນີ້ ທັງສອງທ່ານຍັງໄດ້ສົນທະນາແລກປ່ຽນກັນໃນຫຼາຍບັນຫາ, ນອກນີ້ ທ່ານທູດຍັງໃຫ້ຄວາມສົນໃຈຕໍ່ວຽກງານຕິດຕາມ, ກວດກາ ຢູ່ ສປປ ລາວ ອີກດ້ວຍ.
ເວລາ 10:30 ໂມງ ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ ພ້ອມສະແດງຄວາມຊົມເຊີຍ ທ່ານທູດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ຕວັກກີ ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ. ລັດຖະບານ ແຫ່ງ ສປປ ລາວ ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບ ທ່ານທູດ ກໍຄື ສະຖານທູດ ສາທາລະນະລັດ ຕວັກກີ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.
ໃນໂອກາດນີ້ທ່ານ ທ່ານ ນາງ ໂອຢ່າ ຢ່າຊາຣ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ວັນໄຊ ພອງສະຫວັນ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ທ່ານ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງທີ່ສຳຄັນຂອງ ສປປ ລາວ;

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)