ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມສຳມະນາວິຊາສະເພາະວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ແລະ ເຜີຍແຜ່ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ

29/04/2026

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມສຳມະນາວິຊາສະເພາະວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ແລະ ເຜີຍແຜ່ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ

ໃນຕອນເຊົ້າວັນທີ 28 ເມສາ 2026 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມສຳມະນາວິຊາສະເພາະວຽກງານກວດກາ, ຕ້ານການສໍ້ລາດບັງຫຼວງ ແລະ ເຜີຍແຜ່ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ປິງຄຳ ລາຊະສິມມາ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມຕະຫຼອດຮອດພະນັກງານ-ສະມາຊິກພັກທົ່ວອົງການເຂົ້າຮ່ວມ.ໃນພິທີທ່ານນາງ ປິງຄຳ ລາຊະສິມມາ ໄດ້ກ່າວວ່າ ໃນປັດຈຸບັນສະພາບການຂອງໂລກ ແລະ ພາກພື້ນ ໄດ້ມີການຜັນແປໄປຢ່າງສັບສົນ ເຊິ່ງເຮັດໃຫ້ມີເງື່ອນໄຂທີ່ເອື້ອອຳນວຍຄວາມສະດວກ ແລະ ສິ່ງທ້າທາຍຫຼາຍປະການ ບັນດາປະເທດຕ່າງໆໃນໂລກ ເວົ້າລວມ, ເວົ້າສະເພາະ ພັກ ແລະ ລັດຂອງພວກເຮົາ ກໍໄດ້ສຸມໃສ່ແກ້ໄຂບັນຫາຕ່າງໆ ທີ່ເກີດຂື້ນ ໃຫ້ທັນກັບສະພາບການ. ວຽກງານການຕ່າງປະເທດ ກໍເປັນວຽກງານໜຶ່ງທີ່ສຳຄັນ ໃຫ້ແກ່ການເຄື່ອນໄຫວວຽກງານຂອງການຕິດຕາມ ກວດກາ ການເຄື່ອນໄຫວຂອງບັນດາປະເທດຕ່າງໆ ທີ່ມີການພົວພັນຊຶ່ງກັນ ແລະ ກັນ ນອກນີ້ທ່ານຍັງໄດ້ກ່າວຕື່ມອີກວ່າ ກອງປະຊຸມສຳມະນາໃນຄັ້ງນີ້ ພວກເຮົາຈະໄດ້ຮັບຟັງການເຜີຍແຜ່ວຽກງານການພົວພັນການຕ່າງປະເທດ, ຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນຕໍ່ບັນດາເອກະສານທີ່ຕິດພັນກັບການເຄື່ອນ ໄຫວວຽກງານວິຊາສະເພາະ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເປັນຕົ້ນ: ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ, ຮ່າງແຜນພັດທະນາວຽກງານກວດກາ ແຕ່ປີ 2026-2030 ໃຫ້ຮັບຮູ້ເຂົ້າໃຈເລິກເຊິ່ງ ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກພັກ ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ຄັ້ງທີ V ແລະ ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ທີ່ໃກ້ຈະມາເຖິງນີ້.

ຈາກນັ້ນ ທ່ານ ໄຊຍະການ ສີສຸວົງ ປະທານສະໂມສອນນັກການທູດລາວ ກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດນຳສະເໜີສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ; ທ່ານ ນາງ ປິງຄຳ ລາຊະສິມມາ ໄດ້ຜ່ານລາຍງານຫຍໍ້ການເຄື່ອນໄຫວວຽກງານກວດກາ ແລະຕ້ານການສໍ້ລາດບັງຫຼວງ; ທ່ານ ຈັນພອມ ໄຊຍະແສງ ຮອງຫົວໜ້າກົມ ພົວພັນຕ່າງປະເທດ ໄດ້ຜ່ານລາຍງານຫຍໍ້ວຽກງານພົວພັນຕ່າງປະເທດຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ; ທ່ານ ຕຽງທອງ ສີສຸວັນນະແສງ ໄດ້ຜ່ານຮ່າງແຜນພັດທະນາວຽກງານກວດກາປີ 2026-2030 ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄຳເຫັນໃສ່ບັນດາເອກະສານ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງປິງຄຳ ລາຊະສິມມາ ຍັງໄດ້ກ່າວຕຶ່ມອີກວ່າ ກອງປະຊຸມໃນມື້ນີ້ຜູ້ເຂົົ້າຮ່ວມໄດ້ ເຊີດຊູຄວາມຮັບຜິດຊອບຂອງຕົນ ໃນການຮັບຟັງເຜີຍແຜ່ເອກະສານ ແລະ ເປັນເຈົົ້າການຄົ້ນຄວ້າປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ມີ ບັນຍາກາດ ຟົດຟື້ນ ແລະ ມີເນື້ອໃນອຸດົມສົມບູນຂື້ນກວ່າເກົ່າ, ຜ່ານກອງປະຊຸມ ສຳມະນາຄັ້ງນີ້ ຈະເຮັດໃຫ້ພະນັກງານກວດກາພວກເຮົາ ໄດ້ເຊື່ອມຊືມວຽກງານຂອງຕົນ ຢ່າງເລິກເຊິ່ງ ແລະ ເປັນການຄົ້ນຄວ້າບັນດາໜ້າວຽກຂອງແຕ່ລະກົມ ເປັນແຜນລະອຽດເພື່ອຈັດຕັ້ງປະຕິບັດໃນ 5 ປິຕໍ່ໜ້າ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)