06/04/2026
ໃນຕອນເຊົ້າວັນທີ 5 ເມສາ ນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ວໍ ຈອ່ງ ຮ໋າຍ ຮອງເລຂາພັກແຂວງ, ປະທານຄະນະປົກຄອງແຂວງເງະອານ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ຫ້ອງຮັບແຂກຄະນະກວດກາສູນກາງພັກ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໂອກາດດັ່ງກ່າວ, ສະຫາຍ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ວໍ ຈ່ອງ ຮ໋າຍ ພ້ອມຄະນະ ທີ່ມາຢ້ຽມຢາມຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ສອງ ຄະນະກວດກາສູນກາງພັກ ລາວ-ຫວຽດນາມ ໃຫ້ນັບມື້ເລິກເຊິ່ງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ຢ່າງບໍ່ຢຸດຢັັ້ງ.
ພ້ອມກັນນັ້ນ ສະຫາຍ ວັນໄຊ ພອງສະຫວັນ ຍັງໄດ້ແຈ້ງ ໃຫ້ຄະນະຜູ້ແທນຫວຽດນາມໄດ້ຮັບຊາບວ່າ: ສອງຄະນະ ກວດກາສູນກາງພັກປະຊາຊົນປະຕິວັດລາວ, ອົງການກວດກາແຫ່ງລັດ ແລະ ຄະນະກໍາມະການກວດກາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ ໄດ້ພົວພັນແລກປ່ຽນບົດຮຽນວຽກງານກວດກາພັກ ແລະ ກວດກາລັດ ນັບແຕ່ປີ 1995 ເປັນຕົ້ນມາ ສອງຝ່າຍໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ລວມທັງການສົ່ງພະນັກງານກວດກາໄປຝຶກອົບຮົມຢູ່ ສສ ຫວຽດນາມ ຈຳນວນ 50 ຄະນະ ແລະ ເຊັນບົດບັນທຶກຮ່ວມມື 12 ສະບັບ,ລະຫວ່າງສອງຄະນະກໍາມະການກວດກາສູນກາງພັກ 6 ສະບັບ ແລະ ສອງອົງການກວດກາແຫ່ງລັດ 6 ສະບັບ. ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ຂອງພວກເຮົາໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຮ່ວມກັນລົງນາມໃນບົດບັນທຶກການຮ່ວມມືສະບັບໃໝ່ ໃນປີ 2026 ນີ້ ນອກນັ້ນ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ມີການພົວພັນແລກປ່ຽນໃນຂົງເຂດວຽກງານກວດກາຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນແຂວງທີີ່ມີຊາຍແດນຕິດກັນ.


