ພິທີຮ່ວມລົງນາມບົດບັນທຶກ ຄວາມເຂົ້າໃຈ ໂຄງການສົ່ງເສີມຄວາມເຂັ້ມແຂງ ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ

01/04/2026

ພິທີຮ່ວມລົງນາມບົດບັນທຶກ ຄວາມເຂົ້າໃຈ ໂຄງການສົ່ງເສີມຄວາມເຂັ້ມແຂງ ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ

ໃນຕອນເຊົ້າວັນທີ 31 ມີນາ 2026 ອົງການກວດກາແຫ່ງລັດ ແລະ ອົງການອ໋ອກສຟ່າມ ໄດ້ຈັດພິທີຮ່ວມລົງນາມບົດບັນທຶກ ຄວາມເຂົ້າໃຈ ໂຄງການສົ່ງເສີມຄວາມເຂັ້ມແຂງ ວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ ທີ່ໂຮງແຮມ ຣາຊະວົງ ວັນດ້າວິສຕ້າ ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານນາງ ປິ່ງຄໍາ ລາຊະສິມມາ ຮອງປະທານອົງການກວດກາແຫ່ງລັດ, ທ່ານ ມາກ ກາລາເກີ ເອກອັກຄະລັດຖະທູດ ສະຫະພາບເອີລົບ ປະຈໍາລາວ, ທ່ານ ທັດສະພອນ ບຸດສະຫຼິງ ຜູ້ອໍານວຍການ ອົງການອ໋ອກສຟ່າມ, ແຂກຖືກເຊີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຮ່ວມລົງນາມ ໂດຍ ທ່ານ ບຸນມີ ແກ່ນມະນີ ຮອງຫົວໜ້າຫ້ອງການ ອົງການກວດກາແຫ່ງລັດ ກັບ ທ່ານ ທັດສະພອນ ບຸດສະຫຼິງ ຜູ້ອໍານວຍການ ອົງການອ໋ອກສຟ່າມ ໂດຍຊ້ອງໜ້າ ທ່ານນາງ ປິ່ງຄໍາ ລາຊະສິມມາ ແລະ ທ່ານ ມາກ ກາລາເກີ ພ້ອມດ້ວຍແຂກທີ່ກ່ຽວຂ້ອງ.
ໃນພິທີ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກ່າວວ່າ: ໂຄງການດັ່ງກ່າວ ຖືເປັນບາດກ້າວສໍາຄັນອີກບາດກ້າວໜຶ່ງ ເພື່ອຮັບປະກັນໃຫ້ແກ່ການປະຕິບັດຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2025-2035 ໃຫ້ປະກົດຜົນເປັນຈິງ. ສໍາລັບ “ໂຄງການສົ່ງເສີມຄວາມເຂັ້ມແຂງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ” ສະບັບນີ້, ມີຈຸດປະສົງລວມ ເພື່ອສົ່ງເສີມຄວາມເຂັ້ມແຂງ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ພົນລະເມືອງ ໃຫ້ເປັນເຈົ້າການ ເຂົ້າຮ່ວມໃນວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແນໃສ່ເຮັດໃຫ້ສັງຄົມມີຄວາມໂປ່ງໃສ, ຍຸຕິທຳ ແລະ ກາຍເປັນລັດແຫ່ງກົດໝາຍ.
ໂຄງການດັ່ງກ່າວ ຈະຖືກຈັດຕັ້ງປະຕິບັດໂດຍ ອົງການກວດກາແຫ່ງລັດ ຮ້ອຍສ່ວນຮ້ອຍ (100%) ເລີ່ມແຕ່ມື້ໄດ້ຮັບອະນຸມັດ ໄປຈົນເຖິງ ວັນທີ 31 ທັນວາ 2028, ໂດຍກວມເອົາພື້ນທີ່ເປົ້າໝາຍ 03 ແຂວງ-ນະຄອນຫຼວງ ຄື: ນະຄອນຫຼວງວຽງຈັນ (ເມືອງໄຊເສດຖາ, ໄຊທານີ), ແຂວງຫຼວງພະບາງ (ນະຄອນຫຼວງພະບາງ, ເມືອງຊຽງເງິນ) ແລະ ແຂວງໄຊຍະບູລີ (ເມືອງໄຊຍະບູລີ, ເມືອງປາກລາຍ)ໄລຍະການຈັດຕັ້ງປະຕິບັດ, ພວກເຮົາຈະໄດ້ສຸມໃສ່ ຜົນໄດ້ຮັບຕົ້ນຕໍ ຄື: ໜຶ່ງ ການຍົກລະດັບຄວາມສາມາດໃຫ້ແກ່ພະນັກງານ ອົງການກວດກາລັດໃນທຸກຂັ້ນ ຜ່ານການຄົ້ນຄວ້ານິຕິກຳ, ການປັບປຸງຫຼັກສູດການຮຽນ-ການສອນ, ການສ້າງຄູຝຶກ (TOT), ການແລກປ່ຽນບົດຮຽນ-ທັດສະນະສຶກສາຢູ່ ສສ ຫວຽດນາມ ແລະ ການປັບປຸງກົນໄກ ປະສານງານກັບພາກສ່ວນຕ່າງໆ, ສອງ ການສ້າງຄວາມຮັບຮູ້ໃຫ້ແກ່ພົນລະເມືອງ ແລະ ສັງຄົມ ໃຫ້ເຂົ້າໃຈເຖິງຜົນຮ້າຍຂອງການສໍ້ລາດ ບັງຫຼວງ ໂດຍຜ່ານການຝຶກອົບຮົມ ການເຊື່ອມສານບົດບາດຍິງ-ຊາຍ, ການເຂົ້າເຖິງຂະບວນການຍຸຕິທໍາ, ການຝຶກອົບຮົມໃຫ້ນັກສຶກສາກົດໝາຍ ແລະ ທະນາຍຄວາມຈົບໃໝ່ ລວມໄປເຖິງການລົງໂຄສະນາປູກຈິດສໍານຶກ ຢ່າງກວ້າງຂວາງ. ຄາດຄະເນວ່າ ໂຄງການນີ້ຈະສ້າງຜົນປະໂຫຍດໂດຍກົງ ໃຫ້ແກ່ພະນັກງານອົງການກວດກາລັດ 300 ທ່ານ, ພະນັກງານສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ 30 ທ່ານ, ນັກສຶກສາ-ທະນາຍຄວາມ 60 ທ່ານ, ປະຊາຊົນ-ຊາວໜຸ່ມ 1,000 ທ່ານ ທີ່ຈະໄດ້ຮັບການຝຶກອົບຮົມໂດຍກົງ ແລະ ປະຊາຊົນທົ່ວໄປກວ່າ 30,000 ຄົນ ທີ່ຈະສາມາດເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ.
ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນ ຈາກ ສະຫະພາບ ເອີຣົບ (EU) ແລະ ອົງການ ອ໋ອກສຟາມ (Oxfam), ລວມເຖິງການຮ່ວມມືຢ່າງໃກ້ຊິດ ຂອງອົງການກວດກາລັດໃນທຸກຂັ້ນ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)