ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດ ສ. ເກົາຫຼີ; ຣາຊະອານາຈັກໄທ ແລະ ສປ ຈີນ

01/04/2026

ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງເອກອັກຄະລັດຖະທູດ ສ. ເກົາຫຼີ; ຣາຊະອານາຈັກໄທ ແລະ ສປ ຈີນ

ໃນຕອນເຊົ້າທີ 31 ມີນາ ນີ້, ທ່ານ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຕ້ອນຮັບ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ເກົາຫຼີ ປະຈຳ ສປປ ລາວ; ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບຕາມລຳດັບໃນຄັ້ງນີ້.
ເວລາ 09:15 ໂມງ ທ່ານ ວັນໄຊ ພອງສະຫວັນ ສະແດງຄວາມຍິນດີຕ້ອນຮັບ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ ເກົາຫຼີ ປະຈຳ ສປປ ລາວ ຢ່າງອົບອຸ່ນ ແລະ ຮູ້ສຶກປິຕິຍິນດີ ທີ່ໄດ້ພົບປະກັບ ທ່ານທູດ, ພ້ອມນີ້ກໍສະແດງຄວາມຊົມເຊີຍ ຕໍ່ທ່ານທູດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກລັດຖະບານ ແລະ ປະຊາຊົນ ສ ເກົາຫຼີ ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານຂອງສອງປະເທດ. ລັດຖະບານ ແຫ່ງ ສປປ ລາວ ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບ ທ່ານທູດ ກໍຄືສະຖານທູດ ສ ເກົາຫຼີ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ສປປ ລາວ ແລະ ສ ເກົາຫຼີ.
ໂອກາດນີ້ທ່ານ ຈອງ ຢອງ ຊູ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານຄະນະກວດກາສູນກາງພັກ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ທ່ານ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງທີ່ສຳຄັນ; ເວລາ 10:00 ໂມງ ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ພ້ອມສະແດງຄວາມຊົມເຊີຍ ທ່ານທູດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກ ລັດຖະບານ ແລະ ປະຊາຊົນ ຣາຊະອານາຈັກໄທ ທີ່ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງຂອງສອງປະເທດ. ລັດຖະບານ ແຫ່ງ ສປປ ລາວ ຈະເຮັດວຽກຢ່າງໃກ້ຊິດຮ່ວມກັບ ທ່ານທູດ ກໍຄື ສະຖານທູດ ຣາຊະອານາຈັກໄທ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.
ໂອກາດນີ້ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານຄະນະກວດກາສູນກາງພັກ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ທ່ານ ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງທີ່ສຳຄັນ;
ເວລາ 11:15 ໂມງ ທ່ານ ວັນໄຊ ພອງສະຫວັນ ກໍໄດ້ສືບຕໍ່ ຕ້ອນຮັບ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ຊຶ່ງເປັນການສະແດງເຖິງ ຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນຈີນ ຕໍ່ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຊຶ່ງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ພັກ, ລັດ ສປປ ລາວ ແລະ ພັກ, ລັດ ສປ ຈີນ ທີ່ເປັນມູນເຊື້ອ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ ຍາວນານ ຕາມທິດ 4 ດີ “ເປັນເພື່ອນບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ຄູ່ຮ່ວມມືທີ່ດີ ແລະ ສະຫາຍທີ່ດີ” ແລະ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ພ້ອມນີ້ ທ່ານຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານທູດ ທີ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ.
ໂອກາດນີ້ທ່ານ ນາງ ຝັ່ງຫົງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ປະທານຄະນະກວດກາສູນກາງພັກ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)