ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດພິທີປະກາດການຍົກຍ້າຍ ແລະ ອອກພັກການ-ຮັບອຸດ ໜູນບໍານານຂອງພະນັກງານນຳພາ-ຄຸ້ມຄອງ

30/03/2026

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດພິທີປະກາດການຍົກຍ້າຍ ແລະ ອອກພັກການ-ຮັບອຸດ ໜູນບໍານານຂອງພະນັກງານນຳພາ-ຄຸ້ມຄອງ

ໃນຕອນບ່າຍວັນທີ 26 ມີນາ 2026ນີ້ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການຍົກຍ້າຍ ແລະ ອອກພັກການ-ຮັບອຸດໜູນບໍານານຂອງພະນັກງານນຳພາ-ຄຸ້ມຄອງ ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ,ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຕະຫຼອດຮອດພະນັກງານ-ລັດຖະກອນທົ່ວອົງການເຂົ້າຮ່ວມ.

ໃນພິທີ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍພະນັກງານນໍາພາຂັ້ນສູງໄປຮັບໜ້າທີໃໝ່; ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານນຳພາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ, ຈາກນັ້ນ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ໃຫ້ກຽດ ມອບຄຳສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ໃຫ້ແກ່ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄປຮັບໜ້າທີ່ໃໝ່ຢູ່ຄະນະຈັດຕັ້ງສູນກາງພັກ ແລະ ມອບມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການອະນຸມັດໃຫ້ພະນັກງານນໍາພາຂັ້ນສູງອອກພັກການ-ຮັບອຸດໜູນບໍານານໃຫ້ແກ່ ສະຫາຍ ປອ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ແລະ ສະຫາຍ ໄຊຄຳ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ . ພ້ອມນັ້ນ ທ່ານ ໄພວັນ ພົມມະແສງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານ ຂໍ້ຕົກລົງຂອງຄະນະກວດກາສູນກາງພັກ ວ່າດ່ວຍການອະນຸມັດ ໃຫ້ພະນັກງານ-ລັດຖະກອນ ອອກພັກການ-ຮັບອຸດໜູນບໍານານ; ຈາກນັ້ນ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ , ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍໄດ້ໃຫ້ກຽດມອບຂໍ້ຕົກລົງຂອງຄະນະກວດກາສູນກາງພັກ ວ່າດ່ວຍການອະນຸມັດ ໃຫ້ພະນັກງານ-ລັດຖະກອນ ອອກພັກການ-ຮັບອຸດໜູນບໍານານ ໃຫ້ສະຫາຍ ຄຳພັນ ລີຝຸງ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ສະຫາຍທີ່ຖືກຍົກຍ້າຍ ແລະ ບັນດາສະຫາຍທີ່ໄດ້ອອກພັກການ-ຮັບອຸດໜູນບໍານານ ເຊິ່ງທ່ານໄດ້ກ່າວວ່າ ການຍົກຍ້າຍແມ່ນຫຼັກການ, ກົນໄກໜຶ່ງໃນການສັບຊ້ອນໝູນວຽນພະນັກງານ, ຍ້ອນຄວາມຕ້ອງການຂອງໜ້າທີ່ວຽກງານ, ເພື່ອໃຫ້ບັນດາການນໍາຂັ້ນສູງໄດ້ຮຽນຮູ້ວຽກງານໃນຫຼາຍຂົງເຂດວຽກງານເພື່ອສືບຕໍ່ນຳພາວຽກງານຂອງພັກຂອງລັດຕໍ່ໄປ; ສຳລັບບັນດາສະຫາຍທີ່ໄດ້ຮັບພັກການ-ຮັບອຸດໜູນບຳນານແມ່ນອີງໃສ່ນະໂຍບາຍ, ລະບຽບການ, ອີງໃສ່ອາຍຸກະສຽນມາຮອດປັດຈຸບັນແມ່ນຮອດອາຍຸກະສຽນພັກຜ່ອນຮັບອຸດໜູນບໍານານກໍ່ຕ້ອງໄດ້ປະຕິບັດຕາມລະບຽບການ ເຊິ່ງເປັນນະໂຍບາຍຂອງພັກ, ລັດທີ່ມີຕໍ່ພະນັກງານທີ່ໄດ້ປະຕິບັດໜ້າທີ່ວຽກງານຈົນໄດ້ຮັບຜົນສຳເລັດ, ສຳລັບສະຫາຍທີ່ຖືກຍົກຍ້າຍນັ້ນໄລຍະຜ່ານມາສະຫາຍກໍ່ໄດ້ທຸ້ມເທສະຕິປັນຍາໃນການປະກອບສ່ວນຈັດຕັ້ງປະຕິບັດວຽກງານກວດກາ, ເປັນຜູ້ໜຶ່ງທີ່ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ເຖິງວ່າສະຫາຍໄດ້ຍົກຍ້າຍໄປຮັບໜ້າທີ່ໃໝ່ກໍ່ຍັງຈະໄດ້ສືບຕໍ່ປະສານສົມທົບກັນໃນການປະຕິບັດໜ້າທີ່ວຽກງານຂອງພັກ-ລັດ,​ຂໍໃຫ້ສະຫາຍສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີທີ່ສະຫາຍໄດ້ສ້າງໄວ້ນັ້ນໄປປະຕິບັດໜ້າໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ມີຜົນສຳເລັດສູງກວ່າເກົ່າ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)