ພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ເກົ່າ-ຜູ້ໃໝ່
06/02/2026
ພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜູ້ເກົ່າ-ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2026, ທີ່ສະໂມສອນໃຫຍ່ຄະນະກວດກາສູນກາງພັກ. ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ຄະນະປະຈຳພັກ, ກຳມະການພັກແຂວງຄຳມ່ວນ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ພາຍໃນຄະນະກວດກາເຂົ້າຮ່ວມ.
ໃນພິທີ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານໃນໄລຍະ 5 ປີ ຜ່ານມາ(2021-2025). ຈາກນັ້ນ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່; ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາສູນກາງພັກ.
ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ໃຫ້ກຽດມອບຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 02/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໃຫ້ສະຫາຍ ຄຳພັນ ພົມມະທັດ; ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 11/ກມສພ ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາສູນກາງພັກ ໃຫ້ສະຫາຍ ວັນໄຊ ພອງສະຫວັນ.
ຈາກນັ້ນກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ (ຜູ້ເກົ່າ ແລະ ຜູ້ໃໝ່)
ໃນຕອນທ້າຍພິທີ ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ (ຜູ້ເກົ່າ) ທີ່ເປັນຫຼັກແຫຼ່ງນຳພາ-ຊີ້ນຳ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ນັບແຕ່ປີ 2021 ເປັນຕົ້ນມາ ພ້ອມກັບບັນດາສະຫາຍຄະນະນຳ, ພະນັກງານ-ລັດຖະກອນ ຂອງຄະນະກວດກາໄດ້ມີຄວາມຮັບຜິດຊອບສູງ, ບຸກບືນສູ້ຊົນເຮັດຫຼ້ອນໜ້າທີ່ ໃນການປະຕິບັດພາລະບົດບາດ ຕິດຕາມ, ກວດກາແຕ່ລະຂັ້ນໄດ້ຮັບການປັບປຸງ ແລະ ມີບາດກ້າວຂະຫຍາຍຕົວເປັນລໍາດັບ ເຊິ່ງສະແດງອອກໃນບົດລາຍງານຫຍໍ້ ກໍ່ຄືສະພາບການຊີ້ນຳຕົວຈິງ ແມ່ນສ່ອງແສງອອກຢ່າງຈະແຈ້ງແລ້ວ, ພ້ອມນີ້ ສະຫາຍຍັງໄດ້ກ່າວຕື່ມອີກວ່າ ດ້ວຍຄວາມຮູ້-ຄວາມສາມາດ ແລະ ບົດຮຽນປະສົບການ ຂອງສະຫາຍ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ (ຜູ້ໃໝ່) ຈະເປັນພື້ນຖານສໍາຄັນ ໃນການນໍາພາປະຕິບັດພາລະບົດບາດ, ວຽກງານຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ມີຜົນງານໃໝ່ ອັນໃຫຍ່ຫຼວງກວ່າເກົ່າ, ສ້າງລະບອບແບບແຜນວິທີເຮັດວຽກໃຫ້ຮັດກຸມ,ໃຫ້ໄວ ແລະ ມີຜົນສຳເລັດຫຼາຍຂຶ້ນ.

