14/10/2025

ໃນຕອນເຊົ້າຂອງວັນທີ 14 ຕຸລາ 2025, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະມາຊິກພັກ ຂຶ້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫຍ່ ຄະນະກວດກາສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ພະນັກງານອາວຸໂສບໍານານ, ຄະນະໜ່ວຍພັກຫ້ອງການ-ບັນດາກົມ ພ້ອມດ້ວຍສະມາຊິກພັກ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ ຈຳນວນ 192 ສະຫາຍ, ຍິງ 66 ສະຫາຍ.ໃນກອງປະຊຸມ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ແລະ ວຽກງານຈຸດສຸມຮອດກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ມີການປະກອບຄຳຄິດ, ຄຳເຫັນຢ່າງກົງໄປກົງມາ ຕໍ່ກັບຮ່າງບົດສະຫຼຸບດັ່ງກ່າວ.
ນອກຈາກນີ້, ສະຫາຍ ປອ.ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ຂຶ້ນຜ່ານມາດຕະຖານ, ເງື່ອນໄຂຜູ້ແທນສົມບູນ, ສຳຮອງ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ຄະນະກວດກາສູນກາງພັກ ວ່າດ້ວຍການອະນຸມັດລາຍຊື່ບຸກຄະລາກອນອອກສະໝັກຮັບເລືອກຕັ້ງເປັນຜູ້ແທນສົມບູນ, ສຳຮອງໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ພ້ອມກັນນັ້ນ, ບັນດາສະມາຊິກພັກກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ, ສຳຮອງ, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ 8 ສະຫາຍ, ຍິງ 0 ສະຫາຍ. ໃນນັ້ນເລືອກເອົາຜູ້ແທນສົມບູນ 6 ສະຫາຍ, ຜູ້ແທນສຳຮອງ 2 ສະຫາຍເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ. ນອກຈາກບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງເປັນຜູ້ແທນສົມບູນ, ສຳຮອງແລ້ວ ຍັງມີ ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ວິໄລວັນ ບຸດດາຄຳ, ກຳມະການສຳຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໃນຖານະເປັນກຳມະການສູນກາງພັກສະໄໝທີ XI ເປັນຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ໃນໂອກາດດັ່ງກ່າວນີ້, ສະຫາຍ ຄຳໄຫຼ ສີປະເສີດ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສຳເລັດໃນການເຄື່ອນໄຫວນຳພາ-ຊີ້ນຳວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ໃນໄລຍະທີ່ຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະພັກ, ສະມາຊິກພັກ ຕ້ອງເປັນເຈົ້າການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ, ຄໍາສັ່ງ, ກົດລະບຽບ ຂອງພັກ, ຂໍ້ກໍານົດ, ກົດໝາຍຂອງລັດ ແລະ ລະບຽບການຕ່າງໆ ໃຫ້ທົ່ວເຖິງເລິກເຊິ່ງ, ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຂອງຄະນະພັກ, ເຄົາລົບ ແລະ ປະຕິບັດກົດລະບຽບ ຂອງພັກ, ກົດໝາຍຂອງລັດ, ບັນດາຂໍ້ຫ້າມສໍາລັບສະມາຊິກພັກ ໃຫ້ເຂັ້ມງວດ, ຕິດຕາມ ແລະ ຊຸກຍູ້ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຢູ່ກະຊວງ-ອົງການ ແລະ ບັນດາແຂວງ-ນະຄອນຫຼວງ ໃຫ້ເປັນປົກກະຕິ, ພ້ອມທັງຮີບຮ້ອນຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນຂອງກອງປະຊຸມໃນເທື່ອນີ້ໃຫ້ປະກົດຜົນເປັນຈິງ ເພື່ອສ້າງຂະບວນການຟົດຟື້ນຂຳນັບຮັບຕ້ອນ 3 ວັນປະຫວັດສາດ, ກໍ່ຄືຂຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ທີ່ຈະມາເຖິງ.