ກອງປະຊຸມ ຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ຄັ້ງທີ 13 ສະໄໝທີ IV

09/10/2025

ກອງປະຊຸມ ຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ຄັ້ງທີ 13 ສະໄໝທີ IV

ໃນວັນທີ 09 ຕຸລາ 2025 ຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ດໍາເນີນກອງປະຊຸມ ຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ຄັ້ງທີ 13 ສະໄໝທີ IV ຂຶ້ນ ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໂດຍມີຄະນະປະຈໍາພັກ, ກໍາມະການພັກ, ເລຂາໜ່ວຍພັກ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.ໃນກອງປະຊຸມແມ່ນໄດ້ສຸມໃສ່ຄົ້ນຄວ້າ, ໄຈ້ແຍກ, ຕີລາຄາ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ພ້ອມທັງຄົ້ນຄວ້າທິດທາງການເຄື່ອນໄຫວໃນຕໍ່ໜ້າ, ເຊິ່ງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ໄດ້ຜ່ານຮ່າງບົດສະຫຼຸບ ການນຳພາເຄື່ອນໄຫວວຽກງານ ປະຈຳໄຕມາດ 03 ແລະ ທິດທາງແຜນການ ປະຈຳໄຕມາດ 04 ປີ 2025 ຂອງຄະນະພັກ ຄະນະກວດກາສູນກາງພັກ, ເຊິ່ງໄລຍະຜ່ານມາ ຄະນະພັກ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້ານໍາພາ-ຊີ້ນໍາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ”, ຂໍ້ແຂ່ງຂັນ “3 ໜ້າທີ່ 12 ຂໍ້ປະຕິບັດ”; ວຽກງານວິຊາສະເພາະ, ການປັບປຸງພາລະບົດບາດ, ການກຳນົດຕຳແໜ່ງງານ, ການກໍ່ສ້າງພັກ-ພະນັກງານ ເເລະ ອື່ນໆ ມີຜົນສໍາເລັດຫຼາຍດ້ານ; ຄຽງຄູ່ກັບຜົນສໍາເລັດ-ດ້ານດີ ກໍເຫັນໄດ້ວ່າມີດ້ານອ່ອນ-ຂໍ້ຄົງຄ້າງບາງອັນ ທີ່ຈະຕ້ອງສືບຕໍ່ປັບປຸງເເກ້ໄຂຢ່າງຕັ້ງໜ້າ. ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ມີການປະກອບຄຳເຫັນຕໍ່ກັບຮ່າງບົດສະຫຼຸບດັ່ງກ່າວ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນຂຶ້ນຕື່ມອີກ.ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປຄວາມໝາຍຄວາມສໍາຄັນ ແລະ ມີຜົນສໍາເລັດອັນຈົບງາມ ສະຫາຍ ປອ ຄໍາພັນ ພົມມະທັດ ປະທານກອງປະຊຸມ ກໍໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກ ສຸມໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ; ເພີ່ມທະວີການນຳພາ-ຊີ້ນຳວຽກງານວິຊາສະເພາະຕາມພາລະບົດບາດຢ່າງເລິກເຊິ່ງ, ສຸມໃສ່ປັບປຸງແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງ ແລະ ວຽກງານຈຸດສຸມໃນຕໍ່ໜ້າໃຫ້ສຳເລັດຕາມແຜນການທີ່ວາງໄວ້; ສຸມໃສ່ນຳພາ-ຊີ້ນຳ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນກັບສະມາຊິກພັກ-ພະນັກງານຈຳນວນໜຶ່ງໃຫ້ຂາດຕົວ ເພື່ອສ້າງຄວາມເຂັ້ມແຂງໃນການເຄື່ອນໄຫວວຽກງານ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)