03/10/2025

ໃນຕອນເຊົ້າວັນທີ 3 ຕຸລາ 2025 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສຳຄັນຂອງພັກ, ຂອງຊາດ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານ ຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ປອ ດາວບົວລະພາ ບາວົງເພັດ ກຳມະການປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຕະຫຼອດຮອດສະມາຊິກພັກ-ພະນັກງານທົ່ວອົງການເຂົ້າຮ່ວມຢ່າງພ້ອມພຽງ.ໂອກາດນີ້ ທ່ານ ປອ ດາວ ບົວລະພາ ບາວົງເພັດ ໄດ້ໃຫ້ກຽດເຜີຍແຜ່ ເອກະສານວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 34 ປີ ແລະ ວັນປະກາດເອກະລາດຄົບຮອບ 80 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສໍາຄັນ ຂອງລັດຖະທຳມະນູນ ແລະ ວັນລັດຖະທຳມະນູນແຫ່ງ ສປປ ລາວ, ຄວາມເປັນມາໃນການສ້າງ ແລະ ປັບປຸງລັດຖະທໍາມະນູນ ແຫ່ງ ສປປ ລາວ, ການຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນແຫ່ງ ສປປ ລາວ (ຕະຫຼອດ 34ປີ), ແລະ ຍັງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວັນປະກາດເອກະລາດ, ປັດໄຈທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945 ເສີມຂະຫຍາຍມູນເຊື້ອວັນປະກາດເອກະລາດ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຈາກນັ້ນທ່ານ ຄຳໄຫຼ ສີປະເສີດ ກໍ່ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມເອກະສານກ່ຽວກັບ ວັນສ້າງຕັ້ງສາຍພົວພັນທາງການທູດ ເຊິ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນການທູດລາວ, ການກຳເນີດວັນການທູດລາວ ແລະ ຜົນສຳເລັດໃນການເປີດກວ້າງການພົວພັນສາກົນ ສປປ ລາວ, ບາງຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ;
ນອກຈາກນີ້ ທ່ານ ຄຳສຸກ ອອຍຍະວົງ ຫົວໜ້າກົມຈັດຕັ້ງພັກ-ພະນັກງານ ກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແບ່ງງານ, ແບບແຜນວິທີເຮັດວຽກພາຍໃນຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ; ຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຕິດຕາມ, ຊີ້ນໍາວຽກງານກວດກາ ຂອງປະທານ, ຮອງປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ;
ຕອນທ້າຍກອງປະຊຸມ ທ່ານ ຄຳໄຫຼ ສີປະເສີດ ຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ກ່າວວ່າ ພວກເຮົາຕ້ອງຍົກສູງສະຕິເຄົາລົບລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຕ່າງໆຢ່າງເຂັ້ມງວດ, ພ້ອມກັນລະນຶກເຖິງວັນປະຫວັດສາດທີ່ມີຄວາມໝາຍຄວາມສຳຄັນ ແລະ ນຳໄປໂຄສະນະເຖິງມູນເຊື້ອຮັກຊາດຂອງປະຊາຊົນບັນດາເຜົ່າ, ເຜີຍແຜ່ແນວທາງການຕ່າງປະເທດ, ພ້ອມກັນເປັນເຈົ້າການເສີມຂະຫຍາຍນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫຼະອັນສູງສົ່ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງອິດທິກຳລັງປໍລະປັກທີ່ຫວັງມ້າງເພທຳລາຍ, ຮູ້ບຸນຄຸນຕໍ່ຜູ້ນຳຕໍ່ນັກຮົບປະຕິວັດຜູ້ທີ່ມີຜົນງານອັນໃຫຍ່ຫຼວງໃນການນຳໃນການປະຕິວັດຊາດ, ຝຶກຜົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນດີມີຄວາມກະຕັນຍູ, ມີນໍ້າໃຈເສຍສະຫຼະ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃຫ້ບັນດາກົມ, ຫ້ອງການສືບຕໍ່ນຳເອົາເນື້ອໃນເອກສານຄັ້ງນີ້ໄປນຳພາສຶກສາອົບຮົມສະມາຊິກພັກ-ພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເອງໃຫ້ມີຄຸນທາດ, ຄຸນສົມບັດ, ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນພະບູລຸດຂອງພວກເຮົາ, ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງພວກເຮົາໃນແຕ່ລະໄຍລະຢ່າງປະດິດສ້າງມີໄຫວພິບຄ່ອງແຄ້ວລະອຽດອ່ອນ.