ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຫຼວງພະບາງ ຄັ້ງທີ IX

01/10/2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຫຼວງພະບາງ ຄັ້ງທີ IX

ໃນກອງປະຊຸມ ສະຫາຍ ຄຳຂັນ ຈັນທະວີສຸກ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຫຼັງຈາກນັ້ນ, ກໍໄດ້ຜ່ານບັນດາເອກກະສານຕ່າງໆເປັນຕົ້ນແມ່ນ ຮ່າງລາຍງານການເມືອງ; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ; ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ VIII; ຈາກນັ້ນ ສະຫາຍ ດອນ ໄພວົງ ຮອງຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງ ແລະ ປະກາດລາຍຊື່ຜູ້ອອກສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ສະຫາຍ ປອ ຄຳພັນ ພົມມະທັດ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ເລືອກເອົາຜູ້ທີ່ຕົນເຫັນວ່າມີຄວາມຮູ້-ຄວາມສາມາດ ແລະ ມີຜົນງານທີ່ພົ້ນເດັ່ນ, ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍໃນຕໍ່ໜ້າ ໃຫ້ເບິ່ງເປົ້າໝາຍທີ່ຕົນເອງຈະເລືອກເອົາດ້ວຍຄວາມຮັບຜິດຊອບສູງ, ຄົ້ນຄວ້າພິຈາລະນາຢ່າງພາວະວິໄສ, ເລືອກເອົາດ້ວຍຄວາມບໍລິສຸດຈິງໃຈ ຫຼີກລ້ຽງແນວຄິດອັກຄະຕິ, ຖືເອົາຜົນປະໂຫຍດສ່ວນລວມເປັນຫຼັກ. ຈາກນັ້ນ ກອງປະຊຸມກໍ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຫຼວງພະບາງຊຸດໃໝ່ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 44 ສະຫາຍ, ຍິງ 06 ສະຫາຍ. ບັນດາສະຫາຍຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງສະໄໝທີ IX ຈໍານວນ 39 ສະຫາຍ, ຍິງ 05 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະປະຈໍາພັກແຂວງ 13 ສະຫາຍ, ຍິງ 01 ສະຫາຍ, ເລືອກເອົາສະຫາຍ ບຸນເລື່ອມ ມະນີວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ບຸນເຫຼືອ ສີນໄຊວໍຣະວົງ ແລະ ສະຫາຍ ຄຳຫຼ້າ ລຽນປະດິດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ຊົມຊື່ມ ໄຊເກີຢາຈົງຕົວ ເປັນປະທານ ຄະນະກວດກາພັກແຂວງ; ສະຫາຍ ທອງຈັນ ລັດຕະນະປະດິດ, ສະຫາຍ ຄຳພວງ ດວງມະນີ ແລະ ສະຫາຍ ນາງ ສົມໝາຍ ວິນາກອນ ເປັນຮອງປະທານຄະນະກວດກາພັກ. ພ້ອມນີ້, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 34 ສະຫາຍ, ຍິງ 04 ສະຫາຍ ແລະ ສຳຮອງ 06 ສະຫາຍ, ຍິງ 01 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.ຕອນທ້າຍຂອງກອງປະຊຸມສະຫາຍ ປອ ຄຳພັນ ພົມມະທັດ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກ້ອງປະຊຸມ ແລະ ເນັ້ນໃຫ້ຄະນະບໍລິຫານງານພັກຊຸດໃໝ່ ເປັນຕົ້ນ: ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ສ້າງແຜນຂະຫຍາຍແຫຼ່ງທ່ອງທ່ຽວໃໝ່ໆພາຍໃນແຂວງ-ເຊື່ອມກັບແຫຼ່ງທ່ອງທ່ຽວສໍາຄັນຂອງແຂວງໃກ້ຄຽງ, ສົ່ງເສີມການຜະລິດຫັດຖະກໍາ, ສີມືແຮງງານ ຈາກຊຸມຊົນຕ່າງໆໃຫ້ຫຼາກຫຼາຍ; ຍົກສູງຄຸນນະພາບໃນການນໍາພາ ຂອງຄະນະພັກແຕ່ລະຂັ້ນ, ກໍານົດໜ້າວຽກແຕ່ລະດ້ານໃຫ້ລະອຽດ, ມີການແບ່ງງານທີ່ຈະແຈ້ງ ໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ຢູ່ໃນບັນດາເມືອງທຸກຍາກ, ຕ້ອງແກ້ໄຂແບບແຜນວາງລວມໆ, ຊີ້ນໍາລວມໆ ສະຫຼຸບຕີລາຄາຖອດບົດຮຽນລວມໆ, ການຕົກລົງຕ້ອງໃຫ້ເປັນຮູບປະທໍາ, ວາງແລ້ວຕ້ອງຊີ້ນໍາຈິງຈັງ, ເຮັດຮອດໃສກວດກາປະເມີນຜົນຮອດຫັ້ນ; ການຈັດຕັ້ງ, ສັບຊ້ອນພະນັກງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງໜ້າທີ່ວຽກງານຕົວຈິງ ແລະ ບໍາລຸງຍົກລະດັບຕໍ່ເນື່ອງ ເປັນໄມ້ງັດສໍາຄັນຮັບປະກັນແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ; ແກ້ໄຂເດັດຂາດສະພາບພະນັກງານ “ເຫຼືອບໍ່ພໍ”, ຕີຖອຍປະກົດການຈຸ້ມເຈື້ອ, ເຊື້ອສາຍ ຫຼື ການສະແຫວງຫາຜົນປະໂຫຍດໃນການສັບຊ້ອນຈັດວາງ, ບໍ່ປ່ອຍໃຫ້ມີການເລືອກວຽກ, ແລ່ນນໍາຜົນປະໂຫຍດໃນຖັນແຖວພະນັກງານ, ກໍາແໜ້ນສະພາບພະນັກງານ, ປະຕິບັດເຂັ້ມງວດຫຼັກການ “ ມີເຂົ້າມີອອກ, ມີຂຶ້ນມີລົງ”; ຖືການຕິດຕາມ-ກວດກາຄວາມຮັບຜິດຊອບການເມືອງ, ການປະຕິບັດລະບຽບວິໄນ ແລະ ຂໍ້ຫ້າມຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນທັງຫຼັກການ, ເປັນທັງມາດຕະການອັນຈໍາເປັນ ເພື່ອປັບປຸງພັກ ແລະ ລະບົບການເມືອງໃຫ້ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ເຄື່ອນໄຫວມີຄຸນນະພາບ, ມີປະສິດທິພາບ ແລະ ມີປະສິດທິຜົນ. ຄະນະພັກຕ້ອງເອົາໃຈໃສ່ນໍາພາປັບປຸງຄວາມເຂັ້ມແຂງ ຂອງຄະນະກວດກາພັກ, ອົງການກວດກາລັດ ໃຫ້ທິດທາງ, ໃຫ້ການຊີ້ນໍາຢ່າງໃກ້ຊິດຕໍ່ອົງການກວດກາ ເພື່ອກວດກາການເມືອງ ແລະ ຮັດແໜ້ນລະບຽບວິໄນຢູ່ພາຍໃນ, ຮັບປະກັນການນໍາພາການເມືອງຂອງພັກ, ສ້າງຄວາມໂປ່ງໃສ ແລະ ມີປະສິດທິພາບໃນການຄຸ້ມຄອງລັດ. ພ້ອມກັນນີ້, ກໍຕ້ອງຮີບຮ້ອນສ້າງແຜນດໍາເນີນງານຂອງຄະນະບໍລິຫານງານພັກແຂວງ ໃນການນໍາພາ-ຊີ້ນໍາປະຕິບັດຕົວຈິງ ເພື່ອເຮັດໃຫ້ການຜັນຂະຫຍາຍບັນດາເນື້ອໃນຈິດໃຈທີ່ກອງປະຊຸມໃຫຍ່ຮັບຮອງ ກາຍເປັນຂະບວນການວຽກງານຕົວຈິງຢ່າງເປັນຮູບປະທໍາ, ສ້າງການຫັນປ່ຽນອັນຕັ້ງໜ້າ ແຂງແຮງ ໜັກແໜ້ນ ແລະ ຍືນຍົງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)