26/09/2025

ໃນຕອນບ່າຍຂອງວັນທີ 25 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ທ່ານ ຄຳໄຫຼ ສີປະເສີດ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ພົບປະໂອ້ລົມ ພະນັກງານ ກົມຄົ້ນຄວ້າ ແລະ ວາລະສານກວດກາ. ເຊິ່ງມີພະນັກງານຂັ້ນກົມ, ຂັ້ນພະແນກ ແລະ ພະນັກງານວິຊາການ ຂອງກົມຄົ້ນຄວ້າ ແລະ ວາລະສານ ເຂົ້າຮ່ວມຢ່າງພ້ອມພຽງ.ໃນພິທີ ທ່ານ ປອ ສຸກັນ ບຸດທະວົງ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ ໄດ້ລາຍງານຫຍໍ້ ກ່ຽວກັບສະພາບຈຸດພິເສດຂອງກົມ, ທີ່ຕັ້ງ, ພາລະບົດບາດ, ໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານວິຊາສະເພາະແຕ່ລະດ້ານ ມີທັງດ້ານດີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນໄລະຜ່ານມາ. ນອກນັ້ນ, ຍັງໄດ້ມີຂໍ້ສະເໜີຈໍານວນໜຶ່ງຕໍ່ທ່ານຮອງປະທານ ແລະ ໄດ້ມີຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ.
ໃນຕອນທ້າຍພິທີ ທ່ານ ຄຳໄຫຼ ສີປະເສີດ ກໍ່ໄດ້ໂອ້ລົມຕໍ່ພິທີ, ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະກົມ ໃນການນຳພາ-ຊີ້ນຳ ພະນັກງານພາຍໃນກົມ ທີ່ຍາດໄດ້ຜົນສຳເລັດໃນການຈັດຕັ້ງວຽກງານໄດ້ຫຼາຍດ້ານ ແລະ ທ່ານໄດ້ເນັ້ນໜັກໃຫ້ພະນັກງານພາຍໃນກົມ ຈົ່ງພ້ອມກັນສືບຕໍ່ເຮັດວຽກວິຊາສະເພາະຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ, ສືບຕໍ່ເຮັດພາລະບົດບາດໃຫ້ສຳເລັດຕາມການມອບໝາຍ, ຮັກສາຄວາມສາມັກຄີທາງພາຍໃນກົມ ແລະ ພາຍນອກໃຫ້ໜັກແໜ້ນ.