ສະຫາຍ ປອ ຄຳພັນ ພົມມະທັດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ອົງຄະນະພັກ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຄັ້ງທີ VI

26/09/2025

ສະຫາຍ ປອ ຄຳພັນ ພົມມະທັດ ໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ອົງຄະນະພັກ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຄັ້ງທີ VI

ໃນວັນທີ 25 ກັນຍາ 2025 ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກອົງຄະນະພັກ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຄັ້ງທີ VI ຂຶ້ນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ເຊິ່ງມີ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ມີບັນດາສະຫາຍກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ສະຫາຍຈາກຫ້ອງວ່າການສູນກາງພັກ, ຕາງໜ້າຈາກສະພາແຫ່ງຊາດ, ຕາງໜ້າອົງຄະນະພັກບັນດາກະຊວງ, ອົງການ, ພ້ອມດ້ວຍອະດີດການນໍາຂອງກະຊວງ, ສະມາຊິກພັກອາວຸໂສບຳນານ, ສະມາຊິກພັກສົມບູນເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ແມ່ນໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ອົງຄະນະພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຄັ້ງທີ VI, ຜ່ານບົດລາຍງານຄຸນລັກສະນະຂອງຜູ້ແທນກອງປະຊຸມໃຫຍ່, ຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານ ວັດທະນະທຳ ແລະ ການທ່ອງທ່ຽວ 05 ປີ (2026-2030) ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກກະຊວງ ຄັ້ງທີ V. ພ້ອມດຽວກັນນັ້ນ, ສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວຊຸດໃໝ່, ເຊິ່ງມີຜູ້ສະໝັກ 18 ສະຫາຍ, ເລືອກເອົາ 15 ສະຫາຍ ຍິງ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກກະສັນເລືອກເອົາສະຫາຍ ນາງ ສວນສະຫວັນ ວິຍະເກດ ເປັນເລຂາຄະນະບໍລິຫານງານພັກກະຊວງ, ສະຫາຍ ວັນສີ ກົວມົວ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ນາງ ດາລານີ ພົມມະວົງສາ ເປັນປະທານຄະນະກວດກາພັກ, ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ 5 ສະຫາຍ ແລະ ຜູ້ແທນສໍາຮອງ 1 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.

ໃນໂອກາດດຽວກັນນີ້, ສະຫາຍ ປອ ຄໍາພັນ ພົມມະທັດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກບາງບັນຫາສໍາຄັນເປັນຕົ້ນ ສຸມໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ບັນດາສະມາຊິກພັກ, ພະນັກງານ, ສືບຕໍ່ເອົາໃຈໃສ່ປົກປັກຮັກສາ ແລະ ພັດທະນາວັດທະນະທໍາ, ການທ່ອງທ່ຽວ; ເອົາໃຈໃສ່ຄຸ້ມຄອງຕິດຕາມ, ກວດກາການເຄື່ອນໄຫວວຽກງານຕ່າງໆໃຫ້ເປັນປົກກະຕິ. ພິເສດໃຫ້ຫັນເຂົ້າສູ່ການປະຕິບັດກົດໝາຍຢ່າງເຂັ້ມງວດຂຶ້ນກວ່າເກົ່າ. ເຜີຍແຜ່ກົດໝາຍໃຫ້ພະນັກງານ-ສະມາຊິກພັກຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ; ສ້າງ, ປັບປຸງການຈັດຕັ້ງພັກ ແລະ ລະບົບການເມືອງໃຫ້ເຂັ້ມແຂງ, ເຄື່ອນໄຫວນໍາພາ-ຄຸ້ມຄອງ ຂະແໜງວັດທະນະທໍາ-ທ່ອງທ່ຽວ ສູ່ຄຸນນະພາບໃໝ່, ປຸກຂະບວນການ ສ້າງສັງຄົມ ແລະ ຊີວິດໃໝ່ ທີ່ສີວິໄລ, ພ້ອມທັງເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ຮີບຮ້ອນນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປເຜີຍແຜ່ໃຫ້ສະມາຊິກພັກ-ພະນັກງານຮັບຮູ້ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)