25/09/2025

ໃນວັນທີ 24 ກັນຍາ 2025 ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຄັ້ງທີ X ຂຶ້ນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ໃບຄຳ ຂັດທິຍະ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງສາທາລະນະສຸກ, ເຊິ່ງມີ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ສະຫາຍ ນາງ ບຸດສະດີ ທະນະເມືອງ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ສະຫາຍຈາກຫ້ອງວ່າການສູນກາງພັກ, ຕາງໜ້າອົງຄະນະພັກບັນດາກະຊວງ, ອົງການ, ພ້ອມດ້ວຍ ອະດີດການນໍາຂອງກະຊວງ, ສະມາຊິກພັກອາວຸໂສບຳນານ, ສະມາຊິກພັກສົມບູນທັງໝົດ ຈໍານວນ 208 ສະຫາຍ, ຍິງ 93 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ອ້ອມຂ້າງອົງຄະນະພັກກະຊວງສາທາລະນະສຸກ ຈຳນວນ 1,974 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ແມ່ນໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດ ເປີດກອງປະຊຸມໃຫຍ່ ອົງຄະນະພັກ ກະຊວງສາທາລະນະສຸກ ຄັ້ງທີ X, ຜ່ານບົດລາຍງານຄຸນລັກສະນະຂອງຜູ້ແທນເຂົ້າຮ່ວມກອງປະຊຸມ, ຮ່າງບົດລາຍງານການເມືອງ, ແຜນພັດທະນາສາທາລະນະສຸກ ໄລຍະ 05 ປີ (2021-2025) ແລະ ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ IX. ພ້ອມດຽວກັນນັ້ນ, ສະມາຊິກພັກສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຊຸດທີ X ຈໍານວນ 23 ສະຫາຍ, ເລືອກເອົາ 19 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກກະສັນເລືອກເອົາ ສະຫາຍ ນາງໃບຄໍາ ຂັດທິຍະ ເປັນເລຂາຄະນະບໍລິຫານງານພັກກະຊວງສາທາລະນະສຸກ, ສະຫາຍ ໄພວັນ ແກ້ວປະເສີດ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ນາງ ອໍາພອນ ວິຊາເທບ ເປັນປະທານຄະນະກວດກາພັກ.
ໃນໂອກາດດຽວກັນນີ້, ສະຫາຍ ປອ ຄໍາພັນ ພົມມະທັດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກບາງບັນຫາສໍາຄັນ ຕໍ່ອົງຄະນະພັກກະຊວງສາທາລະນະສຸກ ເປັນຕົ້ນ: ຕ້ອງສຸມໃສ່ແກ້ໄຂການສະໜອງແພດໝໍທີ່ຈໍາເປັນໃຫ້ໂຮງໝໍນ້ອຍຢູ່ຊຸມຊົນ ເພື່ອສາມາດເຮັດໜ້າທີ່ສຸຂະສຶກສາແຂງແຮງ ຕິດຕາມສຸຂະພາບປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ; ຕ້ອງສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວນໍາພາ ຂອງຄະນະພັກ ແລະ ລະບົບການຈັດຕັ້ງພັກ ທີ່ຂຶ້ນກັບອົງຄະນະພັກ ກະຊວງສາທາລະນະສຸກ; ຮີບຮ້ອນຜັນຂະຫຍາຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກ, ຄົ້ນຄວ້າ, ສ້າງແຜນດໍາເນີນງານຂອງຄະນະພັກ ເພື່ອເປັນບ່ອນອີງໃນການເຄື່ອນໄຫວໃນຕໍ່ໜ້າ. ພ້ອມນີ້, ຍັງຮຽກຮ້ອງຕໍ່ຄະນະບໍລິຫານງານພັກ, ບັນດາສະຫາຍ ຜູ້ແທນກອງປະຊຸມທີ່ເປັນຕົວແທນໃຫ້ບັນດາການຈັດຕັ້ງພັກ ແລະ ສະມາຊິກພັກທົ່ວອົງຄະນະພັກກະຊວງ, ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເຊີດຊູຄວາມຮັບຜິດຊອບການເມືອງ, ທຸ້ມເທເຫື່ອແຮງສະຕິປັນຍາຕົວຈິງໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ, ເຮັດໃຫ້ຂະແໜງສາທາລະນະສຸກຂອງປະເທດເຮົາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ຢັບເຂົ້າໃກ້ກັບມາດຖານຂອງພາກພື້ນ, ສ້າງຄວາມເຊື່ອໝັ້ນ ແລະ ຮັບປະກັນຄຸນນະພາບບໍລິການສຸຂະພາບສູງຂຶ້ນ ແລະ ນໍາຜົນປະໂຫຍດຕົວຈິງໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.