ກອງປະຊຸມສຳມະນາທາບທາມຄຳເຫັນໃສ່ຮ່າງຍຸດທະສາດຕ້ານການສໍ້ລາດບັງຫຼວງແຕ່ປີ 2023-2030

11/12/2024

ກອງປະຊຸມສຳມະນາທາບທາມຄຳເຫັນໃສ່ຮ່າງຍຸດທະສາດຕ້ານການສໍ້ລາດບັງຫຼວງແຕ່ປີ 2023-2030

ເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ມີປະສິດທະພາບ ແລະ ປະສິດທິຜົນນັບມື້ນັບສູງຂຶ້ນເຮັດປະເທດຊາດມີຄວາມໜັ້ນຄົງ ແລະ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ເຂັ້ມແຂງ, ສັງ ຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ; ສາມາດແກ້ໄຂປາກົດການຫຍໍ້ທໍ້, ການຕ້ານການສໍ້ລາດບັງຫຼວງ, ການລະເມີດກົດໝາຍ ທີ່ເກີດຂື້ນໃນການຈັດຕັ້ງລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພາກສ່ວນຕ່າງໆ; ວັນທີ 10 ທັນວາ 2024 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈຶ່ງໄດ້ຈັດກອງປະຊຸມສຳມະນາທາບທາມຄຳເຫັນໃສ່ຮ່າງຍຸດທະສາດຕ້ານການສໍ້ລາດບັງຫຼວງແຕ່ປີ 2023-2030 ຂຶ້ນທີ່ສະໂມສອນໃຫຍ່ຄະນະກວດກາສູນກາງພັກ (ຫຼັກ 6). ໂດຍການເປັນປະທານຂອງທ່ານ ປອ ດາວບົວ ລະພາ ບາວົງເພັດ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາທ່ານທີ່ຕາງໜ້າຈາກກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກບັນດາກົມພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມ.

ກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍເອົາເນື້ອໃນ ແນວທາງນະໂຍບາຍຂອງພັກ, ແຜນພັດທະນາຂອງລັດລວມທັງສົນທິສັນຍາສາກົນ ທີ ສປປ ລາວ ເຂົ້າເປັນພາຄີ ທີ່ພົວພັນກ່ຽວການຕ້ານການສໍ້ລາດບັງຫຼວງ ທີ່ກຳນົດໄວ້ສະເພາະ ເຂົ້າມາໃນຮ່າງ ຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2023 ຮອດ 2030 ເພື່ອຮັບປະກັນຄວາມເປັນເອກະພາບ ຕໍ່ການຈັດຕັ້ງປະຕິບັດໃນຂອບເຂດ ທົ່ວປະເທດ; ການປະຕິບັດແນວທາງປ່ຽນແປງໃໝ່ ຢູ່ປະເທດເຮົາ ພວມປະເຊີນໜ້າກັບໄພອັນຕະລາຍຫຼາຍຢ່າງ, ໂດຍສະເພາະສະພາບການສໍ້ລາດບັງຫຼວງ ຊື່ງເກີດຂື້ນດ້ວຍຫຼາຍລະດັບທີ່ແຕກຕ່າງກັນ ຢູ່ໃນຫຼາຍຂົງເຂດ ເປັນຕົ້ນແມ່ນການຄຸ້ມຄອງບໍລິຫານລັດ, ການຄຸ້ມຄອງກໍ່ສ້າງພື້ນຖານໂຄງລ່າງ, ຄຸ້ມຄອງນຳໃຊ້ທຶນ-ຊັບສິນຂອງລັດ, ການເກັບລາຍຮັບເຂົ້າງົບປະມານ, ການຄຸ້ມຄອງນໍາໃຊ້ລາຍຈ່າຍງົບປະມານ, ການສວຍໃຊ້ໜ້າທີ່ຕໍາແໜ່ງຂອງພະນັກງານ-ລັດຖະກອນ ແລະ ອື່ນໆ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ, ຮັດກຸ້ມ, ຈະແຈ້ງ, ກະທັດລັດກວ່າເກົ່າ ແລະ ອັດຊ່ອງວ່າງຂອງການຮົ່ວໄຫຼຂອງພະນັກງານລັດໃນການປະຕິບັດໜ້າທີ່ຕ່າງໆທີ່ຢູ່ໃນກົງຈັກຂອງລັດທັງພາຍໃນ ແລະ ຕ່າງປະເທດ, ລວມທັງການຈັດຕັ້ງຂອງຕ່າງປະເທດ ແລະ ທັງສອດຄ່ອງກັບການພັດທະນາໃນເງື່ອນໄຂເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງວ່ອງໄວ.
ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນກັນປະກອບຄຳເຫັນຢ່າງກົງໄປກົງມາ, ພາວະວິໄສ ເພື່ອເຮັດໃຫ້ເນື້ອໃນຂອງຍຸດທະສາດຕ້ານການສໍ້ລາດບັງຫຼວງສະບັບນີ້ສົມບູນ ແລະ ຄົບຖ້ວນ.
ໂດຍ: ຕູ່ນາ ເລົ່າຖາວອນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)