ພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ

26/09/2023

ພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ

ຕອນເຊົ້າວັນທີ 26 ກັນຍາ 2023 ກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາຂຶ້້ນ, ທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍການເປັນປະທານຂອງ ທ່ານ ວິລະມຸງຄຸນ ຈິດຮູບໂລກ ກໍາມະການຄະນະພັກ ຄະນະກວດກາສູນກາງພັກ, ເລຂາ ໜ່ວຍພັກ, ຫົວໜ້າກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ, ມີຄະນະກົມ, ຄະນະພະແນກ, ຜູ້ຕາງໜ້າຈາກກົມຈັດຕັ້ງ-ພະນັກງານ ແລະ ພະນັກງານ-ລັດຖະກອນພາຍໃນກົມເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອປະຕິບັດຕາມ ແຈ້ງການແນະນໍາ ຂອງປະທານຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ ພັດທະນາ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະບັບເລກທີ 03/ຄຊຂຍ.ຄກສພ ລົງວັນທີ 03 ມິຖຸນາ 2023 ແລະ ເພື່ອຈັບມືກັນປະຕິບັດວຽກງານວິຊາສະເພາະຕາມເນື້ອໃນຂໍ້ແຂ່ງຂັນ 03 ໜ້າທີ່, 12 ຂໍ້ປະຕິບັດ ແລະ ຕາມ 03 ແຜນງານຂອງກົມ, ເພື່ອປຸກລະດົມກຳລັງແຮງຂອງພະນັກງານ-ລັດຖະກອນພາຍໃນກົມ ໃຫ້ເຊີດຊູນ້ຳໃຈຮັກຊາດ, ເອກະພາບ, ເປັນເຈົ້າຕົນເອງ, ເສີມຂະຫຍາຍຄວາມດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ, ປະດິດສ້າງ ແລະ ແຂ່ງຂັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສູ້ຊົນປະຕິບັດ ບັນດາຄາດໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກ ກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ແລະ ແຜນການພັດທະນາວຽກງານກວດກາ ໄລຍະ 5 ປີ ຂອງຄະນະກວດ ກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ວາງອອກ ແລະ ພ້ອມກັນອອກແຮງແຂ່ງຂັນ ເພື່ອບັນລຸຕາມເນື້ອໃນການແຂ່ງຂັນ 03 ໜ້າທີ່, 12 ຂໍ້ປະຕິບັດ ແລະ 03 ແຜນງານຂອງກົມ ແລະ ບັນລຸຕາມ 4 ຄາດໝາຍລວມ ຂອງເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຄື: ເຮັດໃຫ້ໄວ, ເຮັດໃຫ້ດີ, ເຮັດໃຫ້ຫຼາຍ ແລະ ເຮັດໃຫ້ຖືກຕ້ອງຕາມລະບຽບຂອງພັກ, ກົດໝາຍຂອງລັດ.

ໃນພິທີ ທ່ານ ສຸລະພົນ ສີລາວີ ຮອງຫົວໜ້າກົມຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ກົມຄົ້ນຄວ້າຄໍາຮ້ອງ ແລະ ຄຳສະເໜີ ສະບັບເລກທີ 12/ຄຊຂຍ.ຄກສພ, ລົງວັນທີ 20 ກັນຍາ 2023; ຈາກນັ້ນ, ທ່ານ ສີທອງ ປິ່ນແກ້ວ ຮອງຫົວໜ້າກົມຄົ້ນຄວ້າຄໍຮ້ອງ ແລະ ຄໍາສະເໜີ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາເນື້ອໃນແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂອງກົມ ຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ສັບບັບເລກທີ 11/ຄຊຂຍ.ຄກສພ, ລົງວັນທີ 20 ກັນຍາ 2023 (ແຜນການ ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແຕ່ນີ້ຮອດປີ 2026 ຂອງກົມຄົ້ນຄວ້າຄຳຮ້ອງ ແລະ ຄຳສະເໜີ ສະບັບເລກທີ 125/ກຄໜ, ລົງວັນທີ 11 ກັນຍາ 2023); ພ້ອມນີ້້, ຄະນະກົມ, ຄະນະພະແນກກໍ່ ໄດ້ຂຶ້ນຈັບມື ແລະ ລົງທະບຽນການແຂ່ງຂັນກັນພາຍໃນກົມ.

ຫຼັງຈາກນັ້ນ ທ່ານ ວິລະມຸງຄຸນ ຈິດຮູບໂລກ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພະນັກງານ-ລັດຖະກອນພາຍໃນກົມ ແລະ ໄດ້ເນັ້ນໃຫ້ນໍາເອົາບັນດາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ເປັນບ່ອນອີງໃນການແຂ່ງຂັນກັນຂອງບັນດາພະແນກ ແລະ ພະນັກງານ ໂດຍໃຫ້ແຕ່ລະພະແນກ, ອົງການຈັດຕັ້ງມະຫາຊົນພາຍໃນກົມ ຄົ້ນຄວ້າເນື້ອໃນອັນລະອຽດ, ວາງຄາດ ໝາຍ ເພື່ອແຂ່ງຂັນກັນ ແລະ ມີການປະເມີນເປັນແຕ່ລະໄລຍະ, ການປະຕິບັດວຽກຕ້ອງມີຈຸດສຸມ ແລະ ເປັນຄະບວນການຢ່າງຟົດຟື້ນໃຫ້ເປັນປົກກະຕິ, ພ້ອມກັນປະຕິບັດວວຽກງານວິຊາສະເພາະໃຫ້ມີຄຸນນະພາບ ແລະ ປະສິດທິພາບ. ຄະນະກົມຕ້ອງເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ເປັນປົກກະຕິ, ກຳແໜ້ນບັນດາສະພາບການທີ່ເກີດຂຶ້ນ ທັງພາຍໃນ ແລະ ພາຍນອກ ເພື່ອມາອະທິບາຍໃຫ້ເກີດຄວາມກະຈ່າງແຈ້ງໂດຍສະເພາະແມ່ນການແກ້ໄຂຄຳຮ້ອງ-ຄຳສະເໜີຕ່າງໆ ໃຫ້ຖືກຕ້ອງກັບຄວາມເປັນຈິງ ມີຄວາມໂປ່ງໃສ ແລະ ຍຸຕິທໍາ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)