ທ່ານ ປອ ຄຳພັນ ພົມມະທັດ ເຄື່ອນໄຫວພົບປະແລກປ່ຽນຄຳຄິດເຫັນ ຢູ່ກົມກວດກາລັດ ອົງການກວດກາແຫ່ງລັດ
14/09/2023
ຕອນເຊົ້າວັນທີ 14 ກັນຍາ 2023 ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ເຄື່ອນໄຫວພົບປະແລກປ່ຽນຄຳຄິດເຫັນ ແລະ ເຮັດວຽກນໍາກົມກວດກາລັດ ອົງ ການກວດກາແຫ່ງລັດ

ການລົງເຄືອນໄຫວຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານຫຍໍ້ການເຄື່ອນໄຫວວຽກງານຂອງກົມກວດກາລັດໄລຍະຜ່ານມາຕິດພັນກັບບັນຫາທີ່ເປັນການເລັ່ງທວງໃຫ້ກົມປັບປຸງແກ້ໄຂໃນຕໍ່ໜ້າຈາກທ່ານ ວົງອຸໄທ ສັນຕິໄຊ ກຳມະການພັກຄະນະກວດກາສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາລັດ, ຫຼັງຈາກນັ້ນກໍ່ໄດ້ມີການແລກປ່ຽນຄໍາຄິດເຫັນຮ່ວມກັນ ກ່ຽວກັບປະສົບການໃນການເຮັດວຽກຂອງແຕ່ລະທ່ານພາຍໃນກົມ, ຂໍ້ຫຍຸ້ງຍາກ, ຂໍ້ສະດວກ ແລະ ບັນຫາຕ່າງໆທີ່ໄດ້ພົບເຫັນ ຂອງບັນດາທ່ານທີ່ໄດ້ຖືກມອບໝາຍ ໃຫ້ລົງເຄື່ອນໄຫວກວດກາເປົ້າໝາຍຕ່າງໆ, ນອກນີ້ຍັງໄດ້ເຈາະຈີ້ມບາງບັນຫາທີ່ໜ້າສົນໃຈ, ເປັນຕົ້ນແມ່ນການພົບເຫັນບັນຫາຕ່າງໆໃນເວລາລົງກວດກາຕົວຈິງ ແລະ ໄດ້ມີການແກ້ໄຂແນວໃດ ແລະ ອື່ນໆ ເພື່ອສ້າງເງື່ອນໄຂໃຫ້ພະນັກງານພາຍໃນກົມທີ່ໄດ້ລົງເຄື່ອນໄຫວກວດກາ ໂດຍສະເພາະແມ່ນຜູ້ທີ່ເປັນຫົວໜ້າຄະນະນຳພາລົງເຄື່ອນໄຫວກວດກາ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
ຫຼັງຈາກນັ້ນທ່ານ ປອ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກົມກວດກາລັດ, ໂດຍໄດ້ເນັ້ນກ່ຽວກັບວຽກງານການກໍ່ສ້າງພັກຕ້ອງເປັນບຸກຄົນທີ່ມີຄວາມຕື່ນຕົວ, ບຸກຄົນທີ່ມີຄວາມດີເດັ່ນ, ບຸກຄົນທີ່ມີຄວາມສະໝັກໃຈເຂົ້າໃນການຈັດຕັ້ງຂອງພັກ, ການກໍ່ສ້າງພັກຕ້ອງບົນພື້ນຖານມະຫາຊົນກ້າວໜ້າ ມີຄວາມຈົງຮັກພັກດີ, ມີຄວາມຕື່ນຕົວດີເດັ່ນ ແລະ ສະໝັກໃຈແທ້, ຕ້ອງມີຄວາມເປັນເອກະພາບກັນລະຫວ່າງບຸກຄົນ ແລະ ການຈັດຕັ້ງ ໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານໃຫ້ມີໝາກຜົນສຳເລັດ; ການນໍາພາຂອງໜ່ວຍພັກບົນພຶ້ນຖານພັກກຳອຳນາດ, ຄະນະໜ່ວຍພັກນຳພາຜ່ານການເຄື່ອນໄຫວກົນໄກຂອງກົມ, ນຳພາຜ່ານພະນັກງານ, ສະມາຊິກພັກທີ່ມີຄວາມເປັນແບບຢ່າງນໍາໜ້າ, ໝາຍຄວາມວ່າເປັນການຂັບເຄື່ອນແນວທາງຂອງພັກມາເປັນນິຕິກໍາ ແລະ ຫຼັກການຈັດຕັ້ງປະຕິບັດຕ່າງໆ ແລະ ນຳພາຜ່ານບຸກຄົນສະມາຊິກພັກ; ວຽກງານການເມືອງແນວຄິດຕ້ອງເຂົ້າໃຈສະພາບການທີ່ກະທົບເຖິງການເຄື່ອນໄຫວວຽກງານ, ໂດຍສະເພາະບັນຫາເສດຖະກິດ-ສັງຄົມ ເປັນປັດໄຈກະທົບການເຄື່ອນໄຫວວຽກງານ; ສຳລັບວຽກງານກວດກາ ການລົງປະຕິບັດໜ້າທີ່ວຽກງານ ແລະ ການປະເຊີນໜ້າຕົວຈິງກັບເປົ້າໝາຍການກວດກາ ຕ້ອງມີການແຕ່ງຕັ້ງຄະນະລົງກວດກາຜູ້ທີ່ມີບົດບາດເພື່ອເປັນຊ່ອງທາງໃຫ້ແກ່ການກວດກາສະດວກຂຶ້ນ, ຫຼັງຈາກກວດແລ້ວຕ້ອງໃຫ້ພາກສ່ວນກ່ຽວຂ້ອງເຊັນ ແລະ ອີກດ້ານໜຶ່ງສົ່ງເອກະສານດຽວກັນນັ້ນສະເໜີຫາຂັ້ນເທິງທີ່ແຕ່ງຕັ້ງຄະນະລົງກວດກາ ເພື່ອຫຼີກເວັ້ນປະກົດການຊັກຊ້າໃນການກວດກາ, ຕ້ອງເບິ່ງສະພາບການໃນແຕ່ລະຍຸກສະໄໝ ແລະ ນິຕິກໍາກ່ຽວຂ້ອງຂອງແຕ່ລະໄລຍະເພື່ອຄວາມເຂົ້າໃຈລະຫວ່າງຜູ້ກວດກາ ແລະ ຜູ້ຖືກກວດກາ ແລະ ຫຼີກເວັ້ນຂໍ້ຖົກຖຽງກັນ, ຕ້ອງຍົກລະດັບພະນັກງານ-ລັດຖະກອນ ໃຫ້ທັນກັບຍຸກສະໄໝ, ພັດທະນາໃຫ້ມີຄວາມຮູ້ຄວາມສາມາດເພື່ອໃຫ້ທັນກັບໜ້າທີ່ການເມືອງ, ໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍ ແລະ ສັບຊ້ອນພະນັກງານໃຫ້ແທດເໝາະກັບໜ້າທີ່ວຽກງານ.

