ກອງປະຊຸມພົບປະລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ

07/08/2023

ກອງປະຊຸມພົບປະລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 7 ສິງຫາ 2023 ນີ້, ອົງການກວດກາແຫ່ງລັດໄດ້ຈັດກອງປະຊຸມພົບປະ ລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມຂຶ້ນ ຢູ່ທີ່ຫ້ອງປະຊຸມ ຄະນະກວດກາສູນກາງພັກ. ໂດຍຄະນະຜູ້ແທນຝ່າຍລາວນຳໂດຍ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ບຸ່ຍ ຫງັອກ ລາມ ຮອງປະທານ ຄະນະກວດກາລັດຖະບານ ພ້ອມດ້ວຍຄະນະ ແລະສະຫາຍ ຟານ ມິງ ຈ້ຽນ ຮອງທູດ ສສ ຫວຽດນາມ ປະຈຳ ສປປ ລາວ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ແມ່ນເພື່ອ ຍົກລະດັບສາຍພົວພັນ ການຮ່ວມມື ແລະ ແລກປ່ຽນບົດຮຽນ ລະຫວ່າງ 2 ປະເທດ ກໍຄື ອົງການກວດກາແຫ່ງລັດ ສປປ ລາວ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ, ໃນກອງປະຊຸມທັງສອງຝ່າຍໄດ້ລາຍງານສະພາບລວມຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃນໄລຍະຜ່ານມາ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ຢູ່ໃນອົງການຂອງຕົນ. ເຖິງແມ່ນວ່າສະພາບການຂອງໂລກກຳລັງແປປວນສັບສົນ ແຕ່ຍ້ອນການນຳພາ-ຊີ້ນຳ ຂອງພັກ-ລັດ ທັງ2ຝ່າຍຈຶ່ງສາມາດຍາດໄດ້ຜົນສຳເລັດ ໃນຫລາຍດ້ານເປັນຕົ້ນ: ວຽກງານກວດກາລັດ, ວຽກງານສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ສືບສວນ-ສອບສວນ, ວຽກງານຄົ້ນຄ້ວາແກ້ໄຂຄຳຮ້ອງ ແລະ ຄຳສະເໜີ, ການປັບປຸງກົງຈັກການຈັດຕັ້ງ ແລະ ບໍາລຸງກໍ່ສ້າງພະນັກງານ. ນອກຈາກນີ້ຍັງໄດ້ມີການແລກປ່ຽນບາງບັນຫາທີ່ມີຄວາມສົນໃຈຢ່າງກົງໄປກົງມາ, ຕິດແທດກັບຄວາມເປັນຈິງ ເພື່ອເສີມສ້າງເຮັດໃຫ້ການຮ່ວມມືທັງ 02 ຝ່າຍ ກໍຄື ວຽກງານກວດກາມີຄວາມເຂັ້ມແຂງ ແລະ ປະສິດທິພາບຂຶ້ນເລື້ອຍໆ.
ໃນຕອນທ້າຍຂອງກອງປະຊຸມ ທັງ 02 ຝ່າຍຍັງໄດ້ສະແດງຄວາມຂອບໃຈ, ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ແລະ ການພົວພັນຮ່ວມມືລະຫວ່າງ ອົງການກວດກາແຫ່ງລັດ ສປປ ລາວ ແລະ ຄະນະກວດກາລັດຖະບານ ສສ ຫວຽດນາມ ຈົ່ງໝັ້ນຄົງຖະໜົງແກ່ນ ແລະ ສືບຕໍ່ກ້າວສູ່ລະດັບສູງຂຶ້ນກ່ວາເກົ່າ. ພ້ອມກັນນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານກວດກາລັດໃຫ້ມີປະສິດທິຜົນສູງ. ໂອກາດນີ້ກໍ່ໄດ້ມອບຂອງຂວັນ ເພື່ອເປັນທີ່ລະນຶກໃນການພົບປະໃນຄັ້ງນີ້ອີກດ້ວຍ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 43 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)