ຄະນະຜູ້ແທນພະນັກງານນໍາພາ-ຄຸ້ມຄອງ ໃນຂົງເຂດວຽກງານກວດກາ ສຳເລັດການໄປຝຶກອົບຮົມຫົວຂໍ້ສະເພາະໄລຍະສັ້ນ ຢູ່ ສປ ຈີນ.

16/07/2025

ຄະນະຜູ້ແທນພະນັກງານນໍາພາ-ຄຸ້ມຄອງ ໃນຂົງເຂດວຽກງານກວດກາ ສຳເລັດການໄປຝຶກອົບຮົມຫົວຂໍ້ສະເພາະໄລຍະສັ້ນ ຢູ່ ສປ ຈີນ.

ໂດຍປະຕິບັດຕາມການເຊື້ອເຊີນ ຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະ ປະຕິບັດຕາມຈິດໃຈເນື້ອໃນແຜນການຮ່ວມມືບໍາລຸງກໍ່ສ້າງພະນັກງານ ລະຫວ່າງ 2 ພັກ, 2 ລັດ, ລາວ- ຈີນ ແລະ ສືບຕໍ່ຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ ສະບັບ (ປີ 2024-2028) ກ່ຽວກັບການສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນຂົງເຂດວຽກງານຕິດຕາມ, ກວດກາຂອງອົງການກວດກາ ພັກ-ລັດ ຂອງ 2 ປະເທດ ລາວ-ຈີນ ໃຫ້ນັບມື້ນັບເປັນຮູບປະທຳຫລາຍຂຶ້ນ. ຄະນະຜູ້ແທນພະນັກງານນໍາພາ-ຄຸ້ມຄອງໃນຂົງເຂດວຽກງານກວດກາຈາກສູນກາງ ແລະ ທ້ອງຖິ່ນ ນຳໂດຍ ສະຫາຍ ໄຊຄໍາ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ລວມ 50 ສະຫາຍ ໄດ້ເຄື່ອນໄຫວຝຶກອົບຮົມ ແລະ ທັດສະນະສຶກສາ ຢູ່ ນະຄອນກຸ້ຍຢາງ ແຂວງ ກຸ້ຍໂຈ່ ແລະ ນະຄອນ ຈີນານ ແຂວງ ຊານຕົງ ຢູ່ ສປ ຈີນ ໃນລະຫວ່າງວັນທີ 1-11 ກໍລະກົດ 2025.ການເຄື່ອນໄຫວເຮັດວຽກຢູ່ ແຂວງກຸ້ຍໂຈ່ ໃນຄັ້ງນີ້ ຄະນະຝຶກອົບຮົມ ນຳໂດຍ ສະຫາຍ ໄຊຄໍາ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນກັບ ສະຫາຍ ເຊິນໂຈ ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ຝ່າຍລາວ ໄດ້ແຈ້ງສະພາບໂດຍຫຍໍ້ຜົນສໍາເລັດອັນພົ້ນເດັ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ໂດຍສະເພາະໃນການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ຕ້ານການສໍ້ລາດບັງຫຼວງ, ລວມທັງການຕິດຕາມ, ກວດກາຄວາມປອດໃສຂອງໂຄງການທາງລົດໄຟລາວ-ຈີນ ໃຫ້ຝ່າຍຈີນ ຊາບ. ຝ່າຍຈີນ ໄດ້ຕີລາຄາສູງຕໍ່ການມາເຄື່ອນໄຫວຂອງຄະນະຊຸດຝຶກອົບຮົມຫົວຂໍ້ສະເພາະ ຂົງເຂດວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ໄດ້ລາຍງານໃຫ້ຝ່າຍລາວຊາບ ກ່ຽວກັບບົດຮຽນການຕິດຕາມ ກວດກາລະບຽບວິໄນພັກເຂັ້ມງວດຮອບດ້ານ, ການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ, ການຈັດຕັ້ງປະຕິບັດຂໍ້ກຳນົດ 8 ຂໍ້, ການຮ່ວມມືສາກົນເສັ້ນທາງສາຍໄໝປອດໃສຂາວສະອາດ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ບັນຫາການກໍ່ສ້າງພັກໃນສະພາບຍຸກສະໄໝໃໝ່. ນອກຈາກນີ້ ຢູ່ ໂຮງຮຽນພັກ ແລະ ການປົກຄອງລັດ ແຂວງກຸ້ຍໂຈ່ ຍັງໄດ້ຂຶ້ນຫ້ອງຮັບຟັງການສະເໜີ ຫົວຂໍ້ສະເພາະກ່ຽວກັບວຽກງານກວດກາ ຄື: 1) ບົດຮຽນ ແລະ ພຶດຕິກໍາຕົວຈິງການກໍ່ສ້າງພະນັກງານກວດກາພັກ-ກວດກາລັດ; 2) ບົດຮຽນ ແລະ ພຶດຕິກໍາຕົວຈິງການດໍາເນີນວຽດງານແກ້ໄຂປາກົດການຫຍໍ້ທໍ້ຢູ່ທ່າມກາງມະຫາຊົນ ຂອງຄະນະກວດກາພັກ-ກວດກາລັດໃນທ້ອງຖິ່ນ; 3) ບົດຮຽນ ແລະ ພຶດຕິກໍາຕົວຈິງໃນການດໍາເນີນຊີວິດການເມືອງພາຍໃນພັກຂອງພັກກອມມູນິດຈີນ. ຈາກນັ້ນ, ຄະນະຝຶກອົບຮົມ ຍັງໄດ້ເຂົ້າຮ່ວມກອງປະຊຸມເວທີປາໄສສາກົນດ້ານພຶດຕິດກຳຕົວຈິງໃນແຂວງກຸ້ຍໂຈ່ ແນວດຄິດ ສີຈິ້ນຜິງ ວ່າດ້ວຍຄວາມສີວິໄລດ້ານລະບົບນິເວດ ແລະ ໄດ້ລົງເຄື່ອນໄຫວໄປທັດສະນະສຶກສາຕົວຈິງຄື: ສູນແລກປ່ຽນ ແລະ ສໍາພັດຕົວຈິງເຂດທົດລອງສັງລວມຂໍ້ມູນໃຫ່ຍແຫ່ງຊາດຈີນ (Big data), ສະຖານທີ່ສຶກສາການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃນຍຸກໃໝ່ (ໃນເຂດກວນຊານຫູ), ທີ່ຕັ້ງກ້ອງດາລາສາດຂອງຈີນ (ຕາທ້ອງຟ້າ), ການກໍ່ສ້າງຂົວທີ່ມີເຕັກນິກສູງ ແລະ ໄດ້ຮັບລາງວັນໂນເບວ, ການຫຼຸດຜ່ອນອອກຈາກຄວາມທຸກຍາກຂອງແຂວງກຸ້ຍໂຈ່ ແລະ ສູນຄົ້ນຄວ້າຄວາມສາມາດບົ່ມຊ້ອນຂອງພະນັກງານການນໍາ.

ການເຄື່ອນໄຫວເຮັດວຽກ ຢູ່ ແຂວງ ຊານຕົງ, ຄະນະຝຶກອົບຮົມ ນຳໂດຍ ສະຫາຍ ໄຊຄໍາ ອຸ່ນມີໄຊ ຮອງປະທານຄະນະກວດກາສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນກັບ ສະຫາຍ ລີເວີຍ, ຄະນະປະຈໍາພັກແຂວງ, ເລຂາຄະນະກຳມະການກວດກາວິໄນແຂວງຊານຕົງ, ສອງຝ່າຍ ໄດ້ພັດປ່ຽນການແຈ້ງສະພາບໂດຍຫຍໍ້ກ່ຽວກັບຜົນສໍາເລັດອັນພົ້ນເດັ່ນການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືໃນຂົງເຂດຕ່າງໆ ຂອງ ສປປ ລາວ ແລະ ແຂວງ ຊານຕົງ, ເຊິ່ງທັງສອງຝ່າຍ ກໍຫວັງວ່າ ໃນອະນາຄົດ ສປປ ລາວ ແລະ ແຂວງ ຊານຕົງ ຈະສືບຕໍ່ຊຸກຍູ້ສົ່ງເສີມ ແລະ ດຶງດູດບັນດາບໍລິສັດ ນັກລົງທຶນ ຂອງ ແຂວງຊານຕົງ ໄປລົງທຶນ ໃນຂະແໜງການຕ່າງໆຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ. ນອກຈາກນີ້ ຢູ່ ໂຮງຮຽນພັກ ແລະ ການປົກຄອງລັດ ແຂວງຊານຕົງ ຍັງໄດ້ຂຶ້ນຫ້ອງຮັບຟັງການສະເໜີ ຫົວຂໍ້ສະເພາະກ່ຽວກັບວຽກງານກວດກາ ຄື: ບົດຮຽນ ແລະ ພຶດຕິກຳໃນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຂອງພັກກອມມູນິດຈີນ ແລະ ການແກ້ໄຂຄໍາຮ້ອງຄໍາສະເໜີຂອງອົງການກວດກາພັກ-ລັດ ຈີນ. ຈາກນັ້ນ, ກໍໄດ້ລົງເຄື່ອນໄຫວໄປທັດສະນະສຶກສາ ຢູ່ ຫໍສຶກສາການເມືອງປອດໃສຂາວສະອາດຂອງແຂວງຊານຕົງ, ກຸ່ມບໍລິສັດທາງດ່ວນ ແຂວງຊານຕົງ, ສຶກສາຫໍລະນຶກມູນເຊື້ອແມ່ຍິງແດງເຂດການປະຕິບັດຍີເມີງ ແລະ ຫໍລະນຶກການສ້າງຕັ້ງອຳນາດການປົກຄອງປະຊາທິປະໄຕ ແຂວງຊານຕົງໃນການຕໍ່ຕ້ານຍີ່ປຸ່ນ.

ຜ່ານການເຄື່ອນໄຫວຝຶກອົບຮົມ ແລະ ທັດສະນະສຶກສາຕົວຈິງ ຢູ່ແຂວງກຸ້ຍໂຈ ແລະ ແຂວງຊານຕົງ ໃນຄັ້ງນີ້ ໄດ້ເຮັດໃຫ້ ຄະນະຊຸດຝຶກອົບຮົມ ສາມາດສໍາພັດໄດ້ສະພາບຕົວຈິງ ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ, ເຊິ່ງບັນດາບົດຮຽນ ແລະ ປະສົບການຕົວຈິງ ທີ່ ຄະນະຊຸດຝຶກອົບຮົມ ຖອດຖອນມາໄດ້ນັ້ນ ແມ່ນເປັນປະໂຫຍດ, ມີຄຸນຄ່າທີ່ສຸດ ແລະ ຈະນໍາເອົາບົດຮຽນອັນປະເສີດດັ່ງກ່າວ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ຢູ່ ສປປ ລາວ ໂດຍສົມທົບກັບສະພາບຄວາມເປັນຈິງຂອງລາວ, ພ້ອມທັງຈະນໍາເອົາບັນດາບົດຮຽນດັ່ງກ່າວ ໄປເຜີຍແຜ່ຕໍ່ໃຫ້ອ້າຍນ້ອງພະນັກງານໃນແຕ່ລະກົມກອງ-ຂະແໜງການຂອງບັນດານັກສໍາມະນາກອນ ທັງສູນກາງ-ທ້ອງຖິ່ນ ທີ່ບໍ່ທັນມີໂອກາດມາຝຶກອົບຮົມ ຢູ່ຈີນໃນຄັ້ງນີ້ໄດ້ຮັບຮູ້ ແລະ ເຂົ້າໃຈ ສປ ຈີນ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ພ້ອມນັ້ນ, ຝ່າຍຈີນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ໃຫ້ຄວາມສຳຄັນ ແລະ ມີຄວາມຈິງໃຈແລກ ປ່ຽນບົດຮຽນກັບຄະນະຝຶກອົບຮົມລາວເຮົາ. ເຊິ່ງໃນການເຄື່ອນໄຫວເຮັດວຽກຄັ້ງນີ້ ສອງຝ່າຍເປັນເອກະພາບກັນໃນການສືບຕໍ່ພົວພັນຮ່ວມມືແລກປ່ຽນບົດຮຽນນຳກັນໃນຕໍ່ໜ້າເປັນປົກກະຕິ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນລະດັບຄະນະຜູ້ແທນຂັ້ນສູງ ແລະ ລະດັບວິຊາການ; ສືບຕໍ່ຮ່ວມມືການຕິດຕາມ, ກວດກາຄວາມປອດໃສການລົງທຶນຂອງວິສາຫະກິດຈີນຢູ່ ສປປ ລາວ, ລົງເລີກການຮ່ວມມືດ້ານກົດໝາຍຕ້ານການສໍ້ລາດບັງຫຼວງ, ການນຳຫາຜູ້ກະທຳຜິດທີ່ຫລົບໜີໄປຢູ່ຕ່າງປະເທດ ແລະ ການນໍາຄືນຊັບສິນທີ່ເສຍຫາຍຈາກການສໍ້ລາດບັງຫຼວງ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)